ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະ ກັບຜູ້ມີສິດເລືອກຕັ້ງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະ ກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ ຫງວຽນທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ລຸກ​ນາມ
(ພາບ: TTXVN)

(vovworld) – ວັນ​ທີ 7/12 ທ່ານ ຫງວຽນທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແຂວງ​ບັກ​ຢາງ, ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ລຸກ​ນາມ, ​ແຂວງ​ບັກ​ຢາງ. ນະ​ທີ່​ນີ້, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະກອບ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ບັກ​ຢາງ ​ສົນ​ໃຈ. ກ່ຽວຂ້ອງ​ເຖິງ​ບັນຫາ​ບຳລຸງ​ສ້າງ, ວຽກ​ເຮັດ​ງານ​ທຳ, ທ່ານ ຫງວຽນ​ທ້ຽນ​ເຍິນ ​ໃຫ້​ຮູ້​ວ່າ, ນັບ​ແຕ່​ປີ 2008, ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ໄດ້​ຜັນ​ຂະ​ຫາຍ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ບຳລຸງ​ສ້າງ​ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ນັກຮຽນ, ນັກ​ສຶກສາ​ພາຍຫຼັງ​ຮຽນ​ຈົບ. ກ່ຽວ​ກັບ​ລະບອບ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ທ່ານ ຫງວຽນ​ທ້ຽນ​ເຍິນ, ​ໃຫ້​ຮູ້​ວ່າ, ​ໃນ 2 ປີ ຕໍ່ໜ້າຈະ​​ກວດກາ​ຄືນ​ການ​ປະຕິບັດ​ລະບອບ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດຊາດ. ນອກ​ນັ້ນ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ  ກໍ່​ໄດ້​ຮັບ​ຮູ້, ຕອບ​ຄຳ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ບັກ​ຢາງ ກ່ຽວ​ກັບບັນຫາ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ແນວ​ພັນ​ປູກ ​ແລະ ສັດລ້ຽງ, ອຸປະກອນ​ກະ​ສີ​ກຳ, ຢາ​ປົກ​ປ້ອງ​ພືດ...

ຂ່າວ/ບົດ​ອື່ນ