ທ່ານນາງ Pratibha Mehta ແລະ ່ທ່ານ ຫງວຽນທ້ຽນເຍີນ
(vovworld) – ຕອນບ່າຍວັນທີ 16/1, ທີ່ການຕ້ອນຮັບທ່ານນາງ Pratibha Mehta, ຜູ້ປະສານງານ ສປຊ, ຫົວໜ້າຜູ້ຕາງໜ້າ ສປຊ ປະຈຳ ຫວຽດນາມ (UNDP), ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງການໜູນຊ່ວຍຂອງ UNDP ໃຫ້ແກ່ບັນດາການເຄື່ອນໄຫວ ແລະ ໂຄງການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ. ທ່ານປະທານ ຫງວຽນທ້ຽນເຍີນ ປາດຖະໜາວ່າ: UNDP ແບ່ງປັນບົດຮຽນໃຫ້ແກ່ແນວໂຮມປະເທດຊາດ ຫວຽດນາມ ໃນການຮັບຟັງຄຳເຫັນຂອງປະຊາຊົນ, ຜ່ານນັ້ນ, ລະດົມການເຂົ້າຮ່ວມຂອງປະຊາຊົນເພື່ອຍົກສູງປະສິດທິຜົນການຄຸ້ມຄອງເສດຖະກິດ - ສັງຄົມ.
ທ່ານນາງ Pratibha Mehta ຫວັງວ່າ UNDP ແລະ ແນວໂຮມປະເທດຊາດຫວຽດນາມ ຈະພ້ອມກັນຮ່ວມມືໃນການຍົກສູງຄຸນນະພາບການຄຸ້ມຄອງບໍລິຫານແຫ່ງລັດຂັ້ນແຂວງຢູ່ ຫວຽດນາມ, ເພື່ອແນໃສ່ລະດົມການເຂົ້າຮ່ວມຂອງປະຊາຊົນເຂົ້າໃນບັນດາຂົງເຂດເສດຖະກິດ ສັງຄົມໃຫ້ດີກ່ວາອີກ, ຊ່ວຍໃຫ້ ຫວຽດນາມ ຮັດແຄບຊ່ອງຫວ່າງລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກ, ຍົກສູງຄຸນນະພາບການບໍລິການແຫ່ງລັດ, ສ້າງການພັດທະນາແບບຍືນຍົງ.