ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຝາກຈົດໝາຍອວຍພອນຊາວຄຼິດໃນໂອກາດວັນບຸນຄຼິດສະມາດ
(vovworld) - ທີ່ຈົດໝາຍອວຍພອນຊາວຄຼິດໃນໂອກາດວັນບຸນຄຼິດສະມາດ ໃນວັນທີ 14/12, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ອວຍພອຍໃຫ້ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນັນ, ນັກບວດ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຜູ້ຖືສາສະໜາ ກາໂຕລິກ ເນື່ອງໃນໂອກາດວັນບຸນ ຄຼິດສມາດ ປີ2016. ທ່ານ ຫງວຽນທ້ຽນເຍີນ ໄດ້ຊີ້ແຈ້ງວ່າ: ໃນປີຜ່ານມາ, ພໍ່ແມ່ປະຊາຊົນຊາວຄຼິດ ແລະ ສາສະໜາໂປແຕັສຕັງ ໄດ້ເປັນເຈົ້າການຂົນຂວາຍບັນດາຜູ້ມີຍົດຖາບັນດາສັກ ປົກປັກຮັກສາສິ່ງແວດລ້ອມ, ປະຕິບັດການຮັບປະກັນຊີວິດສັງຄົມ ແລະ ຫຼັກອະນາໄມດ້ານສະບຽງອາຫານ, ປົກປັກຮັກສາອະທິປະໄຕແຫ່ງຊາດ… ດ້ວຍບັນດາການກະທຳແທດຈິງ, ມີປະສິດທິຜົນນັ້ນ, ພໍ່ແມ່ປະຊາຊົນຊາວຄຼິດ ແລະ ສາສະໜາໂປແຕັສຕັງ ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານປະທານ ຫງວຽນທ້ຽນເຍີນ ກໍ່ອວຍພອນສະພາສັງກະລາດ ຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ສະພາສັງກະລາດ ຫວຽດນາມ ຄັ້ງທີ 13 ປະສົບຜົນສຳເລັດ, ອວຍພອນບັນດາສະມາຄົມສາສະໜາໂປແຕັສຕັງ ຢູ່ ຫວຽດນາມ ໄດ້ຈັດຕັ້ງເຫດການໃຫຍ່ບົນຈິດໃຈສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບຊາດ.