ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ເຢຍລະມັນ
ທ່ານຫງວຽນທ້ຽນເຍີນ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ
ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນເຢຍລະມັນ
(ພາບ:daidoanket.vn)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກເປັນເວລາ 3 ວັນຢູ່ສະຫະພັນເຢຍລະມັນ, ຢູ່ສູນກອງປະຊຸມຂອງກຸ່ມບໍລິສັດ Messer AG ທີ່ນະຄອນ Frankfurt am Main, ໃນຕອນບ່າຍວັນທີ 29/6, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມີບົດກ່າວປາໄສ ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຂອງ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ຫວຽດນາມ-ນຳໜ້າລະດັບ ເຕີບໂຕຂອງຕະຫຼາດ ອາຊຽນ”. ບົນພື້ນຖານຕີລາຄາບັນດາກາລະໂອກາດ ແລະ ສິ່ງທ້າທາຍນາໆປະການທີ່ພວມວາງອອກໃຫ້ເສດຖະກິດ ຫວຽດນາມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຊີ້ອອກ 5 ມາດຕະການໃຫ້ແກ່ການເຕີບໂຕແບບຍືນຍົງຂອງຫວຽດນາມ ເຊິ່ງລວມມີ: ການຄວບຄຸມໜີ້ສາທາລະນະ, ຕ້ານການສໍ້ລາດບັງຫຼວງ, ຫຼຸດຜ່ອນໜີ້ເສຍຂອງລະບົບທະນາຄານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.
ແລະກໍໃນວັນດຽວກັນ, ທ່ານ ຫງວຽນທ້ຽນເຍີນ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ມີການເຮັດວຽກກັບສາສະດາຈານ, ດຣ Kuhl, ສະຖາບັນຄຸ້ມຄອງການດຳເນີນທຸລະກິດດ້ານກະສິກຳ ແລະ ເສດຖະກິດອາຫານມະຫາວິທະຍາໄລ Justus-Liebig Giesse, ໄດ້ ແນະນຳໂດຍສັງເຂບ ກ່ຽວກັບ 3 ຮູບແບບສະຫະກອນ ແລະ ຈຸດພິເສດຂອງລະບົບສະຫະກອນຂອງ ຫວຽດນາມ; ເຮັດວຽກກັບທ່ານລັດຖະມົນຕີວ່າການກະຊວງສຶກສາ-ວິທະຍາສາດ ແລະ ສິລະປະລັດ Hessen Boris Rhein ກ່ຽວກັບການຮ່ວມມືລະຫວ່າງລັດ Hessen ກັບບາງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຢູ່ ຫວຽດນາມ. ທ່ານກໍມີການເຮັດວຽກ ແລະ ພົບປະກັບທ່ານ Andreas Kappes, ເລຂາທິການໃຫຍ່ສະຫະພັນສະຫະກອນ Raiffeisen ຂອງເຢຍລະມັນ (DGRV), ຢ້ຽມຢາມ ແລະ ເຮັດວຽກກັບການນຳທະນາຄານ Vietinbank ສາຂາຢູ່ເຢຍລະມັນ.