ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນບັນດາອົງການສື່ມວນຊົນ

(VOVWORLD) -ຕອນບ່າຍວັນທີ 15 ມິຖຸນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມນັກຂ່າວຫວຽດນາມ; ສຳນັກຂ່າວສານຫວຽດນາມ; ໜັງສືພິມ ດ້າຍດ່ວານເກດ (ໜັງສືພິມມະຫາສາມັກຄີ) ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2018).

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນບັນດາອົງການສື່ມວນຊົນ - ảnh 1ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນບັນດາອົງການສື່ມວນຊົນ

(ພາບ: baomoi)

ຕາມທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ແລ້ວ, ໃນວຽກງານສົມທົບກັນກັບແນວໂຮມປະເທດຊາດຫວຽດນາມ, ຖັນແຖວນັກຂ່າວ ໄດ້ຍູ້ແຮງວຽກງານໂຄສະນາເຄື່ອນໄຫວຂອງບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນ, ໂດຍສະເພາະແມ່ນບັນດາບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, “ຊາວຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”… ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ. ທ່ານ ເຈີ່ນແທງເມີ້ນ ປາດຖະໜາວ່າ ບັນດາອົງການສື່ມວນຊົນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ເພື່ອໂຄສະນາບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ.

ຕອບກັບ

ຂ່າວ/ບົດ​ອື່ນ