ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບການນຳນະຄອນໂຮ່ຈິມິນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບການນຳນະຄອນໂຮ່ຈິມິນ - ảnh 1
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ເຮັດວຽກກັບການນຳນະຄອນໂຮ່ຈິມິນ
(ພາບ: daidoanket.vn)


(vovworld) – ວັນ​ທີ 30/08, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ນະ​ຄອນ​ໂຮ່ຈິ​ມິນ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ ກົດໝາຍວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ວິທີ​ເຮັດ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ບຸກທະລຸ​ຂອງ​ນະຄອນ​ຄື ນຳ​ໃຊ້​ຮູບ​ແບບ​ສວນ​ກ້າ​​ເບ້ຍ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ, ສວນ​ກ້າ​ເບ້ຍ​ວິ​ສາ​ຫະກິດ, ​ໂຄງການ​​ໂຣ​ໂບອຸດສາຫະກຳ… ​ແຕ່​ວ່າ, ຕາມ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລ້ວ, ​ໂດຍ​ແມ່ນ​ສູນ​ເສດຖະກິດ, ວິທະຍາສາດ​ເຕັກນິກ​ຂອງ​ທົ່ວ​ປະ​ເທດ, ນະຄອນ​ໂຮ່ຈິ​ມິນ ຕ້ອງ​ລົງທຶນ​​ໃຫ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫຼາຍ​ກວ່າ​ອີກ, ຕ້ອງ​ຍົກ​ສູງ​ລາຍຈາ​ຍ​​ໃນແຕ່ລະ​ປີ​​ຂຶ້ນປະມານ 4% ຂອງ​ງົບປະມານຈຶ່ງ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງການພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລຊີ, ສ້າງ​ກຳລັງ​ໜູນ​ໃຫ້ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ນະຄອນ.

ຂ່າວ/ບົດ​ອື່ນ