ປະທານຄະນະກຳມະການເອີລົບສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ
ທ່ານປະທານຄະນະກຳມະການເອີລົບ José Manuel Barroso ແລະ ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລຮ່ວາງກວນ
(vovworld) – ຕອນຄຳ່ວັນທີ 26/8, ທ່ານປະທານຄະນະກຳມະການເອີລົບ José Manuel Barroso ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນເວລາ 2 ວັນຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ການນຳນະຄອນ ໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ José Manuel Barroso. ໂດຍຕາງໜ້າໃຫ້ການນຳນະຄອນ ໂຮ່ຈີມິນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລຮ່ວາງກວນ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ - ອີຢູ ໃນຊຸມປີຜ່ານມາ, ພິເສດແມ່ນໃນສະພາບວິກິດການເສດຖະກິດ, ການເງິນເກີດຂຶ້ນໃນທົ່ວໂລກ. ເລື່ອງຄະນະກຳມະການເອີລົບ ແລະ ລັດຖະບານ ຫວຽດນາມ ສົ່ງເສີມບັນດາຮອບເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ມຸ່ງໄປເຖິງການເຊັນສັນຍານີ້ຈະປະກອບສ່ວນເພີ່ມທະວີການຮ່ວມມືເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ. ຕາມທ່ານ ເລຮ່ວາງກວນແລ້ວ, ປະຈຸບັນ, ບັນດານັກລົງທຶນຂອງ ອີຢູ ມີ 833 ໂຄງການລົງທຶນໃນບໍລິເວນນະຄອນ ດ້ວຍຍອດເງິນລົງທຶນ 8,9 ຕື້ USD. ວົງເງິນແລກປ່ຽນການຄ້າລະຫວ່າງນະຄອນ ໂຮ່ຈີມິນ ແລະ ອີຢູ ກໍ່ນັບມື້ນັບເພີ່ມຂຶ້ນ. ໃນ 7 ເດືອນຕົ້ນປີ 2014, ນະຄອນ ໂຮ່ຈີມິນ ສົ່ງສິນຄ້າອອກຂາຍໃຫ້ ອີຢູ ລວມມູນຄ່າກ່ວາ 2,1 ຕື້ USD ແລະ ນຳເຂົ້າຈາກ ອີຢູລວມມູນຄ່າກ່ວາ 1,2 ຕື້ USD.
ທ່ານປະທານຄະນະກຳມະການເອີລົບ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຂອງ ອີຢູ ລ້ວນແຕ່ສະແດງຄວາມພາກພູມໃຈກໍຄືເຫັນໄດ້ອະນາຄົດແຫ່ງການຮ່ວມມື, ພັດທະນາອັນດີງາມຢູ່ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ. ທ່ານກ່າວວ່າ:
“ສັນຍາການຄ້າເສລີ 2 ຝ່າຍຈະໄດ້ຮັບການລົງນາມໃນໄລຍະຈະມາເຖິງຈະແມ່ນພື້ນຖານຊຸກຍູ້ການພົວພັນຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງ ອີຢູ ແລະ ຫວຽດນາມ ຍິ່ງກ່ວາອີກ. ໃນການພົບປະກັບບັນດາຜູ້ຕາງໜ້າຂອງວິສາຫະກິດ ເອີລົບ, ເຂົາເຈົ້າລ້ວນແຕ່ປະທັບໃຈກ່ຽວກັບພຸມປັນຍາ ແລະ ຄວາມສາມາດຂອງຊາວ ຫວຽດນາມ, ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຍັງຖືວ່າ: ແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ ຕ້ອງການການບຳລຸງສ້າງຕື່ມອີກ ເພື່ອເພີ່ມທະວີບັນດາທັກສະຂອງຕົນ. ຂ້າພະເຈົ້າຖືວ່າ ນີ້ແມ່ນຂົງເຂດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເຊິ່ງສະຫະພາບ ເອີລົບ ອາດຈະໜູນຊ່ວຍ ຫວຽດນາມ ເປັນຢ່າງດີທີ່ສຸດ.”