ປະທານປະເທດ Truong Tan Sang ຕ້ອນຮັບເຈົ້າແຂວງແຂວງຢຸນໜາມ

ປະທານປະເທດ Truong Tan Sang ຕ້ອນຮັບເຈົ້າແຂວງແຂວງຢຸນໜາມ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ເຈົ້າແຂວງແຂວງ ຢຸນໜາມ ຫຼີຈີເຊິ່ງ

(vovworld) – ຕອນ​ບ່າຍ​ວັນ​ທີ 3/4, ຢູ່​ຮ່າ​ໂນ້ຍ, ທ່ານປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຫຼີຈີ​ເຂິ່ງ​ , ​ເຈົ້າ​​ແຂວງ​ແຂວງຢຸນໜາມ ປະ​ເທດ​ຈີນ ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ: ​ແຂວງ​ຢຸນໜາມ​ຈະ​ສືບ​ຕໍ​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ກັບ​ບັນດາ​ແຂວງ​ເຂດ​ຊາຍ​ແດນ ຜ່ານ​ນັ້ນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະພາບ​ລະຫວ່າງ​ຫວຽດນາມ - ຈີນ. ທ່ານ​ປະທານ​ປະ​ເທດ ຢືນຢັນ ​ເລື່ອງ​ແລກປ່ຽນ​ຈັດ​ຕັ້ງງານ​ຕະຫຼາດນັດ​ການ​ຄ້າ​ເປັນ​ປະຈຳ​ລະ​ຫວ່າງ 2 ຝ່າຍ ​​ແມ່ນ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ, ​ເລື່ອງ​ຜັນ​ຂະຫຍາຍ​ກໍ່ສ້າງ​ເສັ້ນທາງ​ຄວາມ​ໄວ​ສູງ​ຫວຽດນາມ - ຄຸນ​ໝິງ ສຳ​ເລັດ​ຈະ​ສ້າງເງື່ອນ​ໄຂ​ສຳຄັນ​ຍົກ​ສູງວົງ​​ເງິນ​ການ​ຄ້າ​ລະຫວ່າງ 2 ຝ່າຍ​ຂຶ້ນ​ເຖິງ 1 ຕື້ USD. ທ່ານ​ປະທານ​ປະ​ເທດ ສະ​ແດງ​ຄວາມ​ຫວັງ​ວ່າ: ​ແຂວງ​ຢຸນໜາມ​ຈະ​ລົງທຶນ​ຢ່າງ​ແຮງ​ເຂົ້າ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ. ດ້ວຍ​ບົດ​ຮຽນ​ຂອງ​ຕົນ, ​ແຂວງ​ຢຸນໜາມ ຈະ​ປະຕິບັດ​ໄດ້​ຮູບ​ແບບ​ໂຄງການ​ສ້າງ​ກຳລັງ​ໜູນ​ລົງທຶນ​ໃໝ່. ​ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ພົວພັນ​ເສດຖະກິດ - ການ​ຄ້າ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ການ​ນຳ​ແຂວງ ຢຸນໜາມ​ແລກປ່ຽນ​ຄະນະ​ຜູ້​ແທນ​ກັບ​ຫວຽດນາມ​ ​ເປັນ​ປະຈຳ ​ເພື່ອ​ຍົກ​ສູງ​ນ້ຳ​ໃຈ​ມິ​ດຕະພາບ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ອວຍພອນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ເຈົ້າ​​ແຂວງ​ແຂວງ ຢຸນໜາມ​ປະສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ ​ແລະ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ຮ່ວມ​ມື​ຢ່າງ​ດີງາມ​ການ​ພົວພັນລະຫວ່າງ​ແຂ​ວງ ຢຸນໜາມ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​​ໃນ​ໄລຍະ​ຈະ​ມາ​ເຖິງແຂງ​ແຮງ​ກ່ວາ​ອີກ.

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Nguyen Phuong Nga ​ໄດ້​ໃຫ້ການ​ຕ້ອນຮັບ​​ເຈົ້າ​​ແຂວງແຂວງ ຢຸນໜາມ ທ່ານ ຫຼີຈີ​ເຂິ່ງ​ ​ແລະ ສະມາຊິກ​ໃນ​ຄະນະຢ່າງ​ສະໜິດສະໜົມ.

 

ຂ່າວ/ບົດ​ອື່ນ