ປະທານປະເທດ ຈີນ ສືຈີ້ນຜິງ ຍົກອອກ “ຂີດຂັ້ນແດງ” ກ່ຽວຂ້ອງເຖິງ ຮົງກົງ

(VOVWORLD) - ທ່ານປະທານປະເທດ ຈີນ ສືຈີ້ນຜິງ ໄດ້ຖະແຫຼງວ່າ ອຳນາດການປົກຄອງສູນກາງຈີນ ຈະຢຶດໝັ້ນປະຕິບັດນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ແລະ ຮັບປະກັນການປະຕິບັດນະໂຍບາຍນີ້ຢ່າງຄົບຖ້ວນຢູ່ ຮົງກົງ ຫາກບໍ່ໄປຫລົງທິດ

ປະທານປະເທດ ຈີນ ສືຈີ້ນຜິງ ຍົກອອກ “ຂີດຂັ້ນແດງ” ກ່ຽວຂ້ອງເຖິງ ຮົງກົງ - ảnh 1 ທ່ານປະທານປະເທດ ຈີນ ສືຈີ້ນຜິງ

(ພາບປະກອບ)

ກ່າວຄຳເຫັນໃນວັນທີ 1 ກໍລະກົດ, ທີ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ໄດ້ໂຮມເຂົ້າກັບ ຈີນ ແລະ ພິທີຮັບດຳລົງຕຳແໜ່ງຂອງອຳນາດການປົກຄອງທີ 5 ຂອງເຂດບໍລິຫານພິເສດ ຮົງກົງ, ທ່ານປະທານປະເທດ ຈີນ ສືຈີ້ນຜິງ ໄດ້ຖະແຫຼງວ່າ ອຳນາດການປົກຄອງສູນກາງຈີນ ຈະຢຶດໝັ້ນປະຕິບັດນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ແລະ ຮັບປະກັນການປະຕິບັດນະໂຍບາຍນີ້ຢ່າງຄົບຖ້ວນຢູ່ ຮົງກົງ ຫາກບໍ່ໄປຫລົງທິດ. ທ່ານໄດ້ຍົກອອກ “ຂີດຂັ້ນແດງ” ໃນການແກ້ໄຂບັນດາການພົວພັນລະຫວ່າງ ຈີນ ແລະ ຮົງກົງ, ພ້ອມທັງກ່າວເຕືອນຈະລົງໂທດຢ່າງແຮງ ຕໍ່ບັນດາກົນອຸບາຍທີ່ກໍ່ຄວາມເສຍຫາຍເຖິງອະທິປະໄຕຂອງປະເທດຊາດ ຫຼື ນາບຂູ່ເຖິງອຳນາດການປົກຄອງສູນກາງ. ທ່ານປະທານປະເທດ ສືຈີ້ນຜິງ ເນັ້ນໜັກວ່າ: ເລື່ອງສະໜັບສະໜູນ ແລະ ປະຕິບັດບັນດາຫຼັກການຂອງນະໂຍບາຍ “ປະເທດໜຶ່ງ, ສອງລະບອບ” ຮັບປະກັນຕອບສະໜອງຜົນປະໂຫຍດຂອງປະຊາຊົນ ຮົງກົງ, ຕອບສະໜອງຄວາມຈຳເປັນຕ້ອງຮັກສາຄວາມວັດທະນະຖາວອນ ແລະ ສະຖຽນລະພາບຂອງ ຮົງກົງ, ຮັບໃຊ້ຜົນປະໂຫຍດພື້ນຖານຂອງປະເທດຊາດ ແລະ ປະຊາຊົນຈີນທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ