ປະທານປະເທດ ຕ້ອນຮັບຄະນະຜູ້ ແທນອະດີດນັກຮົບກຳລັງຍອດຢ້ຽມ

ປະທານປະເທດ ຕ້ອນຮັບຄະນະຜູ້ ແທນອະດີດນັກຮົບກຳລັງຍອດຢ້ຽມ  - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang
ຕ້ອນຮັບ​ຄະນະ​ຜູ້​ແທນ​ອະດີດນັກຮົບ​ກຳລັງ​ຍອດ​ຢ້ຽມ
( ພາບ: vietnamplus.vn )


(vovworld) –     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼືອມ​ສະຫຼອງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ( 27/7/1975 - 27/7/2012 ), ຕອນ​ເຊົ້າ​ວັນ​ທີ 10/7, ທີ່​ສຳນັກ​ງານປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ອະດີດນັກຮົບ​ກຳລັງ​ຍອດ​ຢ້ຽມ ພາກ​ເໜືອ, ພາກ​ກາງ, ພາກ​​​ໃຕ້, ​ເຊິ່ງ​ແມ່ນບັນດາ​ຜູ້​ທີ່​​ໄດ້ສ້າງ​ຜົນງານ​ວິລະ​ກຳໃນ​​​ໄລຍະ​ສົງຄາມ​ເມື່ອ​ກ່ອນນີ້ ​ແລະ ສືບ​ຕໍ່​ເປັນ​ແບບຢ່າງ ​ແລະ ອຸທິດ​ສ່ວນ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​​ໃນປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໄຊະນະ​ອັນ​ພິລະ​ອາດ​ຫານ ຂອງ​ກຳລັງ​ຍອດ​ຢ້ຽມ ​​ເຊິ່ງໄດ້​ປະກອບສ່ວນຢ່າງ​ໃຫຍ່​ຫຼວງ​​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

“ການ​ປະກອບສ່ວນ​ຂອງ​ກຳລັງ​ຍອດ​ຢ້ຽມ​ແມ່ນ​ມີ​ຫຼາຍ​ທີ່​ສຸດ, ​ເຊິ່ງບໍ່​ອາດ​ຂຽນ​ໃຫ້​ໝົດ​ໄດ້. ຕ້ອງ​ຢືນຢັນ​ວ່າ, ​ການ​ປະ​ກອບ​ສ່ວນ​ຂອງ​ບັນດາສະຫາຍ​ແມ່ນ​ໃຫຍ່​ຫຼວງທີ່​ສຸດ​ແລະ​ ມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ​ ໃຫ້​ແກ່​ຜົນສຳ​ເລັດ​ຂອງພາລະກິດຕໍ່ສູ້, ພິ​ເສດ​ແມ່ນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ​ຕ້ານ​ຈັດ​ກະ​ພັດ​ອາ​ເມ​ລິ​ກາ ໃນ​ເມື່ອ​ກ່ອນ”.

ຂ່າວ/ບົດ​ອື່ນ