(VOVWORLD) - ໃນການຕ້ອນຮັບທ່ານ Aleksander Surdej, ເອກອັກຄະລັດຖະທູດ ໂປໂລຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ສອງປະເທດ ສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ.
ຕອນບ່າຍວັນທີ 29 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ: ໂປໂລຍ, ແອັດສະປາຍ, ບັງກະລາເທດ ເຂົ້າຍື່ນສານຕາຕັ້ງ ແລະ ຕ້ອນຮັບເອກອັກຄະລັດຖະທູດ ມໍຊຳບິກ ເຂົ້າຢ້ຽມອຳລາ.
ໃນການຕ້ອນຮັບທ່ານ Aleksander Surdej, ເອກອັກຄະລັດຖະທູດ ໂປໂລຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ສອງປະເທດ ສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ.
ໃນການຕ້ອນຮັບ ທ່ານ Carmen Cano De Lasala, ເອກອັກຄະລັດຖະທູດ ແອັດສະປາຍ, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ: ສອງຝ່າຍຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈການເມືອງ, ສືບຕໍ່ຊຸກຍູ້ການຮ່ວມມືການຄ້າ, ການລົງທຶນ ບົນພື້ນຖານວົງເງິນສອງຝ່າຍບັນລຸເກືອບ 4 ຕື້ໂດລາສະຫະລັດ, ນຳ ແອັດສະປາຍ ກາຍເປັນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອີຢູ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ແອັດສະປາຍ ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ທີ່ການຕ້ອນຮັບທ່ານ Mohammad Lutfor Rahman, ເອກອັກຄະລັດຖະທູດ ບັງກະລາເທດ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດຊຸກຍູ້ການພົວພັນຕ່າງປະເທດ, ການເມືອງນັບມື້ນັບແໜ້ນແຟ້ນກ່ວາອີກ.
ໃນການຕ້ອນຮັບທ່ານ Leonardo Pene, ເອກອັກຄະລັດຖະທູດ ມໍຊຳບິກ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ.