ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຜູ້​​ອາ​ຍຸ​ສູງ ແມ່ນ​ປັດ​ໄຈ​ອັນ​ປະ​ເສີດ​ຂອງ​ຊາດ, ແມ່ນ​ເສົາ​ຄ້ຳ​ຂອງ​ຄອບ​ຄົວ ແລະ ສັງ​ຄົມ

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບສູນກາງສະມາຄົມຜູ້ ອາຍຸສູງ ຫວຽດນາມ ແລະ ບັນດາຜູ້ແທນທີ່ມີອາຍຸສູງ, ເນື່ອງໃນໂອກາດວັນຜູ້ ອາຍຸສູງສາກົນ (1 ຕຸລາ) ແລະ ເດືອນກະທຳເພື່ອຜູ້ອາຍຸສູງ.
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຜູ້​​ອາ​ຍຸ​ສູງ ແມ່ນ​ປັດ​ໄຈ​ອັນ​ປະ​ເສີດ​ຂອງ​ຊາດ, ແມ່ນ​ເສົາ​ຄ້ຳ​ຂອງ​ຄອບ​ຄົວ ແລະ ສັງ​ຄົມ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຜູ້ອາຍຸສູງແມ່ນປັດໄຈອັນປະເສີດຂອງຊາດ, ແມ່ນເສົາຄ້ຳສຳຄັນຂອງ ປະເທດຊາດ, ຂອງຄອບຄົວ ແລະ ສັງຄົມ. ເພາະສະນັ້ນ, ການເບິ່ງແຍງດູແລ ແລະ ເສີມຂະຫຍາຍຜູ້ອາຍຸສູງຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເປັນປະຈຳ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການເບິ່ງແຍງດູແລ ຜູ້ອາຍຸສູງໃຫ້ເປັນຢ່າງດີ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ສະມາຄົມຜູ້ອາຍຸສູງທຸກຂັ້ນ ຕ້ອງມີການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນກ່ວາອີກ ໃນການເບິ່ງແຍງດູແລ ໃຫ້ແກ່ຜູ້ອາຍຸສູງ, ເປັນຕົ້ນແມ່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ. ຂະແໜງສາທາລະນະສຸກ ຄວນຄົ້ນຄວ້າ ເພື່ອມີວິທີການປ້ອງກັນ ແລະ ປິ່ນປົວພະຍາດ ຕ່າງໆ ເພື່ອຮັບປະກັນໃຫ້ຊາວຫວຽດນາມ ມີອາຍຸຍືນຍາວ ແລະ ມີສຸຂະພາບທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ