ປະທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ລາງວັນ​ໃຫ້​ແກ່​ແບບ​ຢ່າງ​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ ປີ 2021

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຊາວໜຸ່ມ ກອມມູນິດ ຫວຽດນາມ ຄົບຮອບ 91 ປີ, ຕອນຄ່ຳວັນທີ 26 ມີນາ ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີມອບລາງວັນ “ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021” ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ໜັງສືພິມ ຕ່ຽນຟອງ ຈັດຂຶ້ນ.
ປະທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ລາງວັນ​ໃຫ້​ແກ່​ແບບ​ຢ່າງ​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ ປີ 2021 - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບລາງວັນໃຫ້ແກ່ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021 (ພາບ: VOV)

ທ່ານປະທານປະເທດ ໄດ້ຍ້ອງຍໍຊົມເຊີຍ ແລະ ອວຍພອນ 19 ແບບຢ່າງດີເດັ່ນ ແລະ ແບບຢ່າງໜຸ່ມທີ່ມີແງ່ຫວັງດີ ໄດ້ຮັບການຍ້ອງຍໍຊົມເຊີຍ. ໃນປີ 2021, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ໂດຍສະເພາະແມ່ນໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຕ່ຍິ່ງສະແດງໃຫ້ເຫັນເຈດຈຳນົງ, ຄວາມຫວັງຢາກບືນຕົວຂຶ້ນຢັ້ງຢືນຕົນເອງ, ນຳໃຈຢາດອຸທິດສ່ວນແກ່ປະເທດຊາດ ແລະ ຄຸນສົມບັດອັນດີງາມຂອງຊາວໜຸ່ມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມປາດຖະໜາວ່າ ຊາວໜຸ່ມຈະມີສະຕິຄວາມຮັບຮູ້ໄດ້ເຖິງໜ້າທີ່ສຳຄັນ ແລະ ພາລະກຳອັນສູງສົ່ງຂອງຕົນ, ຝຶກຝົນສູ້ຊົນບຸກບືນຕາມແນວຄິດ, ຄຸນສົມບັດ, ເປັນແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ ຢ່າງແທ້ຈິງ. ທ່ານປະທານປະເທດ ກໍສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ຈົ່ງສະໜັບສະໜູນ, ຮ່ວມເດີນທາງ, ປະກອບສ່ວນເຂົ້າໃນການພາລະກິດພັດທະນາຊາວໜຸ່ມທົ່ວປະເທດ, ເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງໄວໜຸ່ມ.


ຕອບກັບ

ຂ່າວ/ບົດ​ອື່ນ