(VOVWORLD) -ການເດີນທາງຄັ້ງນີ້ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ແລະ ການຮອງຮັບຈາກການນຳ ແລະ ປະຊາຊົນ ຫວຽດນາມ ຕໍ່ນ້ຳໃຈ, ອາລົມຈິດ, ການປະກອບສ່ວນຂອງທ່ານ Abe Shinzo ເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.
ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo (ພາບ: People) |
ຕອນເຊົ້າວັນທີ 25 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ ໂນ້ຍບ່າຍ, ເດີນທາງໄປ ຍີ່ປຸ່ນ ເຂົ້າຮ່ວມພິທີຊາປະນາກິດສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຢູ່ນະຄອນຫຼວງ ໂຕກຽວ, ນັບແຕ່ວັນທີ 25 – 28 ກັນຍາ 2022.
ການເດີນທາງຄັ້ງນີ້ ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ແລະ ການຮອງຮັບຈາກການນຳ ແລະ ປະຊາຊົນ ຫວຽດນາມ ຕໍ່ນ້ຳໃຈ, ອາລົມຈິດ, ການປະກອບສ່ວນຂອງທ່ານ Abe Shinzo ເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ, ພ້ອມດຽວກັນນັ້ນ ກໍສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍເຄົາລົບ ແລະ ສັດຊື່ບໍລິສຸດ, ຮັກແພງເພື່ອນມິດສາກົນ, ຢັ້ງຢືນການຖືສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ຫວຽດນາມ - ຍີປຸ່ນ ເປັນສຳຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບ ຍີ່ປຸ່ນ.
ຫວູຢຸງ