ປະທານປະເທດ ຫງວຽນຟູຈ້ອງ ສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ CPTPP

(VOVWORLD) -ຕອນເຊົ້າວັນທີ 02 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີກ່ຽວກັບເລື່ອງ ສະເໜີໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ບົດລາຍງານອະພິປາຍ ແລະ ຜົນການກວດກາກ່ຽວກັບສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ.
ປະທານປະເທດ ຫງວຽນຟູຈ້ອງ ສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ CPTPP - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ)

ສັນຍາ CPTPP ບໍ່ພຽງແຕ່ເຕື້ອງເຖິງບັນດາຂົງເຂດທີ່ເປັນມູນເຊື້ອຄື: ຫຼຸດຜ່ອນພາສີອາກອນສຳລັບສິນຄ້າ, ເປີດປະຕູຕະຫຼາດການບໍລິຫານ, ສິດຊັບສິນທາງປັນຍາ, ຮົ້ວເຕັກນິກກ່ຽວຂ້ອງເຖິງການຄ້າເທົ່ານັ້ນ… ຫາກຍັງແກ້ໄຂບັນດາບັນຫາໃໝ່ຄື: ແຮງງານ, ສິ່ງແວດລ້ອມ, ການຊື້ເຄື່ອງຂອງຂອງລັດຖະບານ, ລັດວິສາຫະກິດ… ອີກດ້ວຍ. ນອກນັ້ນ, ສັນຍາດັ່ງກ່າວຍັງໄດ້ວາງອອກບັນດາຄຳຮຽກຮ້ອງ ແລະ ມາດຕະຖານສູງກ່ຽວກັບລັຄວາມໂປ່ງໄສ, ກໍຄືຍົກອອກບັນດາກົນໄກແກ້ໄຂການຂັດແຍ້ງກັນມີລັກສະນະຜູກມັດ ແລະ ຮັດກຸມ. ນຳສະເໜີໃບຍື່ນສະເໜີກ່ຽວກັບເລື່ອງ ສະເໜີໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນ CPTPP, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ຊີ້ແຈ້ງວ່າ.

        “ເລື່ອງເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ຈະຊ່ວຍໃຫ້ຫວຽດນາມ ສະແດງໃຫ້ເຫັນການປະຕິບັດຄຳໝັ້ນສັນຍາຢ່າງແຮງສຳລັບການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ; ຢືນຢັນບົດບາດ ແລະ ທີ່ຕັ້ງພູມສາດການເມືອງສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືເຂດອາຊີ - ປາຊີຟິກ, ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ໃນພາກພື້ນ ກໍຄືໃນເວທີສາກົນຢ່າງແທ້ຈິງ. ພິເສດ, ໃນສະພາບການດ້ານການເມືອງ - ຄວາມໝັ້ນຄົງໃນໂລກ ແລະ ພາກພື້ນພວມມີການປ່ຽນແປງຢ່າງວ່ອງໄວ, ມີການຜັນແປທີ່ຊັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເລື່ອງເຂົ້າຮ່ວມ CPTPP ທັງຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂຍົກສູງກຳລັງແຮງພາຍໃນເພື່ອຮັບມື, ທັງປັບປຸງທີ່ຕັ້ງເພື່ອປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໄປຄຽງຄູ່ກັບການນັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ ຈະປະກອບສ່ວນເພີ່ມທະວີການປະສານຜົນປະໂຫຍດ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ CPTPP ເລິກເຊິ່ງກວ່າ, ພິເສດແມ່ນບັນດາປະເທດສະມາຊິກມີການພົວພັນຄູ່ຮ່ວມມືຍຸດທະສາດ”.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍ ກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ