ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ກໍ່ສະເໜີໃຫ້ການນຳແຂວງ Fukuoka ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົມທົບກັບບັນດາວິສາຫະກິດ ຍີ່ປຸ່ນ ຮ່ວມມືໃນຂົງເຂດເຊິ່ງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ.
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບ ທ່ານ Seitaro Hattori, ຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງແຂວງ Fukuoka ແລະ ບາງທ້ອງຖິ່ນຂອງ ຫວຽດນາມ ຜ່ານບັນດາໄລຍະພັກຮຽນຂອງນັກສຶກສາ ຍີ່ປຸ່ນ ມາຍັງ ຫວຽດນາມ ແລະ ກົງກັນຂ້າມ. ທ່ານປະທານປະເທດ ຫວຽດນາມ ກໍ່ສະເໜີໃຫ້ການນຳແຂວງ Fukuoka ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົມທົບກັບບັນດາວິສາຫະກິດ ຍີ່ປຸ່ນ ຮ່ວມມືໃນຂົງເຂດເຊິ່ງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ. ທ່ານປະທານປະເທດ ຫວັງວ່າ ແຂວງ ເອົາໃຈໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ແຮງງານ ຫວຽດນາມ ເຮັດວຽກຢູ່ປະເທດປະຈຳຖິ່ນ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ຍີ່ປຸ່ນ.

        ສ່ວນ ທ່ານ Seitaro Hattori, ຜູ້ວ່າການແຂວງ Fukuoka ໃຫ້ຮູ້ວ່າ: ຈະຊຸກຍູ້ໂຄງການບຳລຸງສ້າງໃຫ້ດີກ່ວາອີກ ແລະ ປາດຖະໜາຢາກມີນັກຮຽນ ຫວຽດນາມ ໄປພົວພັນແລກປ່ຽນ, ຮ່ຳຮຽນຜ່ານການຈັດບັນດາລາຍການພົບປະແລກປ່ຽນລະຫວ່າງບັນດາອົງການສຳນັກງານສຶກສາ ຫວຽດນາມ ແລະ ຍີ່ປຸ່ນ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ