ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ປະ​ທາ​ນາ​ທິ​ບໍ​ດີ ອິ​ນ​ໂດ​ເນ​ເຊຍ

(VOVWORLD) - ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.



ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ປະ​ທາ​ນາ​ທິ​ບໍ​ດີ ອິ​ນ​ໂດ​ເນ​ເຊຍ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະເຈລະຈາກັບ ທ່ານ ປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo (ພາບ: TTXVN)

ໂດຍໄດ້ຮັບການຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ມາຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 11 - 13 ມັງກອນ 2024. ຕອນເຊົ້າວັນທີ 12 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເປັນປະທານພິທີຕອນຮັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢ່າງສົມກຽດ.

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ Joko Widodo ແລະ ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເປັນສັກຂີພິຍານ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສອງປະເທດ ເຊັນເອກະສານຮ່ວມມື ແລະ ພົບປະກັບສື່ມວນຊົນປະກາດໝາກຜົນຂອງການພົບປະເຈລະຈາ.

ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Joko Widodo ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບວິສາຫະກິດດີເດັ່ນຈຳນວນໜຶ່ງຂອງ ຫວຽດນາມ ແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ