ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຊາວຫວຽດນາມ ແລະ ພຸດທະສາສະໜາຫວຽດນາມຢູ່ໄທ
ວຽດເກື່ອງ, ນັກຂ່າວ VOV -  
ທ່ານປະທານປະເທດ ເຈີ່ນດ້າຍກວາງ ມອບຂອງຂວັນທີ່ລະນຶກໃຫ້ຄະນະ
|
(vovworld) – ຕອນເຊົ້າວັນທີ 27/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຊາວ ຫວຽດນາມ ແລະ ພຸດທະສາສະໜາ ຫວຽດນາມ ຢູ່ ໄທທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ໃນຊຸມປີຜ່ານມາ, 2 ປະເທດ ຫວຽດນາມ - ໄທ ໄດ້ສ້າງການພົວພັນທາງດ້ານການເມືອງໝັ້ນຄົງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ໃນບັນດາຜົນງານລວມຂອງການພົວພັນ 2 ປະເທດມີການປະກອບສ່ວນອັນລ້ຳຄ່າທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ 2 ປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ຊີ້ແຈ້ງວ່າ:
“ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຄົມມີຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ຊ່ວຍໃຫ້ປະຊາຄົມຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດໄດ້. ຂ້າພະເຈົ້າຫວັງວ່າ: ວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ພິເສດ, ແມ່ນໃນການສ້າງ, ປະກາດໃຊ້ບັນດານະໂຍບາຍສຳລັບພໍ່ແມ່ປະຊາຊົນ, ໜູນຊ່ວຍພໍ່ແມ່ປະຊາຊົນຢູ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານ, ວັດທະນະທຳ, ການເຫຼື້ອມໃສຂອງປະຊາຄົມ.”
ວຽດເກື່ອງ, ນັກຂ່າວ VOV