ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານສານປະຊາຊົນສູງສຸດລາວ

(VOVWORLD) - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາຜົນງານເຊິ່ງລະບົບສານປະຊາຊົນລາວ ບັນລຸໄດ້ໃນວິວັດການປະຕິຮູບ ແລະ ພັດທະນາໃນໄລຍະຜ່ານມາ.
  
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານສານປະຊາຊົນສູງສຸດລາວ - ảnh 1ທ່ານ ຄຳພັນ ສິດທິດຳພາ ແລະ ທ່ານ ເຈີ່ນດ້າຍກວາງ 

ທີ່ການຕ້ອນຮັບປະທານສານປະຊາຊົນສູງສຸດລາວ ໃນຕອນບ່າຍວັນທີ 4 ມັງກອນ, ທ່ານ ຄຳພັນ ສິດທິດຳພາ  ໄດ້ແຈ້ງໃຫ້ທ່ານປະທານປະເທດ ເຈີ່ນດ້າຍກວາງ ຮັບຊາບກ່ຽວກັບໝາກຜົນແຫ່ງການເຈລະຈາ ກັບທ່ານ ຫງວຽນຮ່ວາບີ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາຜົນງານເຊິ່ງລະບົບສານປະຊາຊົນລາວ ບັນລຸໄດ້ໃນວິວັດການປະຕິຮູບ ແລະ ພັດທະນາໃນໄລຍະຜ່ານມາ.

        ທ່ານປະທານປະເທດ ເນັ້ນໜັກວ່າ ລະບົບສານມີບົດບາດສຳຄັນ ໃນການສ້າງລັດແຫ່ງອຳນາດນິຕິບັນຍັດ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດຢູ່ແຕ່ລະປະເທດ; ພ້ອມທັງຢັ້ງຢືນສະໜັບສະໜູນເລື່ອງຊຸກຍູ້ການຮ່ວມມືລະຫວ່າງສານປະຊາຊົນສູງສຸດ ຫວຽດນາມ - ລາວ.

        ໃນຖານະເປັນຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ຂະແໜງສານ 2 ປະເທດ ສືບຕໍ່ຍູ້ແຮງການປະຕິຮູບດ້ານຕຸລາການຕາມທິດນັບມື້ນັບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ບົນຈິດໃຈນັ້ນ, ທ່ານປະທານປະເທດ ຖືວ່າ ການສະໜັບສະໜູນ, ແບ່ງປັນບົດຮຽນລະຫວ່າງສານປະຊາຊົນສູງສຸດ 2 ປະເທດມີບົດບາດສຳຄັນທີ່ສຸດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ ຄຳພັນ ສິດທິດຳພາ, ປະທານສານປະຊາຊົນສູງສຸດ ລາວ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ໃນໄລຍະຈະມາເຖິງ, ລະບົບສານ 2 ປະເທດຄວນສືບຕໍ່ພັດທະນາການພົວພັນຮ່ວມມືເພື່ອແນໃສ່ນຳມາເຊິ່ງບັນດາຜົນປະໂຫຍດລະອຽດ, ແທດຈິງ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາລວມຂອງແຕ່ລະປະເທດ, ກໍ່ຄືຮັດແໜ້ນການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ  2 ຊາດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ