ປະທານປະເທດ ເຈີ່ນດ້າຍກວາງ ຝາກຈົດໝາຍເນື່ອງໃນໂອກາດວັນມູນເຊື້ອການປ້ອງກັນ,ຕ້ານໄພພິບັດທຳມະຊາດຂອງຫວຽດນາມ

(VOVWORLD) - ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຈົດໝາຍສະແດງນ້ຳໃຈຄວາມຮັກແພງ ແລະ ຄຳອວຍພອນທີ່ດີງາມທີ່ສຸດມາຍັງພໍ່ແມ່ປະຊາຊົນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອການປ້ອງກັນ, ຕ້ານໄພພິບັດທຳມະຊາດຂອງ ຫວຽດນາມ (22/5/1946 – 22/5/2018), ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຈົດໝາຍສະແດງນ້ຳໃຈຄວາມຮັກແພງ ແລະ ຄຳອວຍພອນທີ່ດີງາມທີ່ສຸດມາຍັງພໍ່ແມ່ປະຊາຊົນ, ສະຫາຍ ແລະ ນັກຮົບໃນທົ່ວປະເທດປະຕິບັດວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຄະນະບັນຊາການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບທຸກຊັ້ນ, ບັນດາຂະແໜງການຂັ້ນຕ່າງໆ. ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຍ້ອງຍໍຊົມເຊີຍບັນດາກຳລັງປ້ອງກັນ, ຕ້ານໄພພິບັດທຳມະຊາດ, ກູ້ໄພກູ້ຊີບ ທີ່ໄດ້ເສຍສະຫຼະຊີວິດ, ຜ່ານຜ່າຄວາມລຳບາກກາກກຳ, ມານະພະຍາຍາມປະຕິບັດວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດໃນປີຜ່ານມາຢ່າງສຸດອົກສຸດໃຈ.

        ທ່ານປະທານປະເທດ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ຕໍ່ໜ້າຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ສະພາບໄພພິບັດທຳມະຊາດຈະນັບມື້ນັບຮ້າຍແຮງສັບສົນ, ວາງອອກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫມ່. ໃນສະພາບການນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາອົງການສຳນັກງານ, ອົງການຈັດຕັ້ງມະຫາຊົນ, ກຳລັງປະກອບອາວຸດ ແລະ ປະຊາຊົນທົ່ວປະເທດ ສືບຕໍ່ຍົກສູງນ້ຳໃຈຄວາມຮັບຜິດຊອບ, ຄວາມສາມັກຄີ, ຮ່ວມມືຢ່າງແໜ້ນແຟ້ນ, ປະຕິບັດຫຼັກການ “ເປັນເຈົ້າການໃນການສະກັດກັ້ນ, ຮັບມືຢ່າງທັນການ, ແກ້ໄຂຢ່າງຮີບດ່ວນ, ມີປະສິດທິຜົນ”, ຕາມທິດນຳ 4 ຢູ່ກັບທີ່, ຍົກສູງກຳລັງຄວາມສາມາດເປັນເຈົ້າການໃນການຮັບມືຂອງປະຊາຊົນ, ຫລຸດຜ່ອນຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນໂດຍໄພພິບັດທຳມະຊາດກໍ່ຂຶ້ນ, ມຸ່ງໄປເຖິງສັງຄົມປອດໄພຕໍ່ໄພພິບັດທຳມະຊາດ, ປະກອບສ່ວນພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ