ປະທານປະເທດ ເຈີ່ນດ້າຍກວາງເຂົ້າຮ່ວມພິທີລົງໄຖນາດ້ອຍເຊີນ
|
(vovworld) - ຕອນເຊົ້າວັນທີ 3/2, ຢູ່ເຂດທົ່ງນາຕາແສງ ດ້ອຍເຊີນ (ເມືອງ ຢູຍຕຽນ, ແຂວງ ຮ່ານາມ), ໄດ້ຈັດຕັ້ງພິທີລົງໄຖນາ ດ້ອຍເຊີນປີ 2017. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີ ແລະ ປະຕິບັດພິທີລົງໄຖນາ, ເປີດສາກໃຫ້ລະດູການຜະລິດໃໝ່ດ້ວຍຄວາມມຸ່ງຫວັງດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ທຸກໆຄອບຄົວມີຄວາມຜາສຸກ, ປະເທດຊາດວັດທະນາຖາວອນ. ກ່າວຄຳເຫັນທີ່ພິທີ, ທ່ານປະເທດປະເທດ ເຈີ່ນດ້າຍກວາງ ໄດ້ ເນັ້ນໜັກວ່າ: ພິທີລົງໄຖນາ ໄດ້ຮັບການຈັດຕັ້ງເປັນປະຈຳປີ ໄດ້ກາຍເປັນຈຸດດີງາມໃນການດຳລົງຊີວິດວົງຄະນະຍາດ, ໂດຍລັດຖະບານຮັບຮອງເປັນ “ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ”. ເລື່ອງຮັກສາການຈັດຕັ້ງພິທີລົງໄຖນາຂອງແຂວງ ຮ່ານາມ ມີຄວາມໝາຍອັນໃຫຍ່ຫຼວງ, ທັງປະຕິບັດການພັດທະນາກະສິກຳຕາມຈິດໃຈມະຕິສູນກາງຄັ້ງທີ 7 (ຊຸດທີ 10) ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ.
ເນື່ອງໃນໂອກາດເຂົ້າຮ່ວມພິທີລົງໄຖນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຖະຫວາຍທູບທຽນ, ວາງພວມມາລາ ອາໄລຫາປະທານ ໂຮ່ຈີມິນ ແລະ ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງ ຮ່ານາມ ຢູ່ວິຫານບູຊາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງ ຮ່ານາມ, ໄປຢ້ຽມຢາມຮາກຖານປຸງແຕ່ງຜັກ, ໝາກໄມ້ເພື່ອສົ່ງອອກຂອງບໍລິສັດ ໂຮ້ຍຫວູ ຈຳກັດ.