(vovworld) - ວັນທີ 11/2, ທ່ານ ປະທານປະເທດ ເຈືອງເຕິ໋ນຊາງຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ບັນດາກຳລັງປະກອບອາວຸດໃນບໍລິເວນແຂວງເງ້ອານ. ມອບຂອງຂວັນໃຫ້ຄົນທຸກຍາກ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຢູ່ຕາແສງມິ້ເຊີນ ແລະ ຍິນເຊີນ, ເມືອງໂດເລືອງ, ແຂວງເງ້ອານ, ທ່ານໄດ້ຕີລາຄາສູງອົງຄະນະພັກ ແລະອຳນາດການປົກຄອງຮາກຖານທີ່ໄດ້ເອົາໃຈໃສ່ເບິ່ງແຍງເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເວົ້າລວມ, ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ ແລະ ຜູ້ທຸກຍາກ. ເມື່ອອວຍພອນບຸນເຕັດພະນັກງານນັກຮົບທະຫານເຂດ 4, ທ່ານ ປະທານປະເທດຕີລາສູງການນຳກົມກອງໄດ້ເອົາໃຈໃສ່ເບິ່ງແຍງ, ບຳລຸງຄວາມຮັບຮູ້ດ້ານການເມືອງໃຫ້ທົ່ວປວງຊົນ, ຍົກສູງກຳລັງສູ້ຮົບ, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ປ້ອງກັນ, ຕ້ານໄພທຳມະຊາດ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ. ທ່ານເນັ້ນໜັກວ່າ, ປີ 2015 ແມ່ນຈຸດເວລາທີ່ປະເທດເຊື່ອມໂຍງທາງດ້ານເສດຖະກິດເຂົ້າພາກພື້ນ ແລະ ໂລກຢ່າງເລິກເຊິ່ງ, ກວ້າງຂວາງ, ກຳລັງປະກອບອາວຸດຄວນເພີ່ມທະວີວຽກງານການເມືອງ, ແນວຄິດ, ຍົກສູງສະຕິລະວັງຕົວ, ປະຕິບັດວຽກງານການຕ່າງປະເທດປ້ອງກັນຊາດ, ປັບປຸງສາຍພົວພັນພິເສດຫວຽດນາມ - ລາວ.
ເນື່ອງໃນໂອກາດຕ້ອນຮັບບຸນເຕັດປີມະແມ, ທ່ານປະທານປະເທດໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນຢູ່ເຂດປູຊະນີຍະສະຖານກິມລຽນ, ເມືອງນາມດ່ານ. ຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ ເລຮົ່ງຟອງ ຢູ່ເຂດອະນຸສອນສະຖານໃນຕາແສງຮຶງທົງ, ເມືອງຮຶງງວຽນ, ກໍ່ຄືຈູດທູບທຽນອາໄລຫາຊາວໜຸ່ມຕະລຸມບອນ 13 ຄົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດຈວງໂບ່ນ, ເມືອງໂດເລືອງ.