ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ວ່າການເຂດ Wallonie Bruxelles
(Nguyễn Khang/TTXVN)
(vovworld) – ວັນທີ 9/4, ຢູ່ສຳນັກງານປະທານປະເທດທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Rudy Demotte, ຜູ້ວ່າການເຂດ Wallonie - Bruxelles, ປະເທດ ແບນຊິກ, ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຫວຽດນາມ ຖືການພົວພັນກັບອົງການສາກົນໃຊ້ພາສາ ຝຣັ່ງ ແລະ ບັນດາສະມາຊິກເຈົ້າຮ່ວມອົງການສາກົນໃຊ້ພາສາ ຝຣັ່ງ ເປັນສຳຄັນ, ທ່ານປະທານປະເທດ ໄດ້ຂອບໃຈເຂດ Wallonie – Bruxelles ທີ່ສະໜອງ, ໜູນຊ່ວຍທຶນຊ່ວຍເຫຼືອລ້າໃຫ້ແກ່ ຫວຽດນາມ ເພື່ອປະຕິບັດບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດ: ການສຶກສາ, ບຳລຸງສ້າງວິຊາຊີບ, ການແພດ, ສິ່ງແວດລ້ອມ. ທ່ານປະທານປະເທດ ຢືນຢັນບັນດາບົດຮຽນ ແລະ ໝາກຜົນທີ່ບັນລຸມາໄດ້ຈາກບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງແຫຼ່ງກຳລັງພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ.
ສ່ວນທ່ານ Rudy Demotte ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ສະແດງຄວາມຫວັງຢາກໃຫ້ທ່ານປະທານປະເທດ ເຈືອງເຕີນຊາງ ສືບຕໍ່ ເອົາໃຈໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງ, ວິສາຫະກິດ 2 ປະເທດຊອກຫາກາລະໂອກາດຮ່ວມມືລົງທຶນໃນບັນດາຂົງເຂດທີ່ຕ່າງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການຄື: ວິທະຍາສາດ, ການສຶກສາບຳລຸງສ້າງ, ພະລັງງານ, ກົນຈັກ, ເຕັກໂນໂລຢີຊີວະ. ທ່ານ Rudy Demotte ເຊື່ອໝັ້ນວ່າ: 2 ຝ່າຍສືບຕໍ່ມີໂຄງການສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໂຄງການໃນໄລຍະຈະມາເຖິງ.