ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີແຜນການ ລາຊະອານາຈັກ ກຳປູເຈຍ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີແຜນການ ລາຊະອານາຈັກ ກຳປູເຈຍ - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕ້ອນຮັບ​ລັດຖະມົນຕີ​ແຜນການ ລາຊະ​ອານາຈັກ ກຳປູ​ເຈຍ

(ພາບ: Nguyễn Khang/ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ໃນ​ຕອນບ່າຍ​ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ແຜນການ​ລາຊະ​ອານາຈັກ ກຳປູ​ເຈຍ Chhay Than. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາ​ຄາ​ສູງ​ບັນດາ​ຜົນສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ​ທີ່​ດຳ​ເນີນ​ຢູ່​ຂັ້ນ​ຮາກ​ຖານ​ຂອງ ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຈະ​ມາ​ເຖິງ​ຂອງ ກຳປູ​ເຈຍ ຈະ​ດຳ​ເນີນ​​ໄປ​ຢ່າງ​ຈົບງາ​​ມ. ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ​ລາຊະ​ອານາຈັກ ກຳປູ​ເຈຍ Chhay Than ​ໄດ້​ແຈ້ງ​​ໃຫ້ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຊາບ​ກ່ຽວ​ກັບແຜນການ​ລົງທຶນ​ຂອງ​ລັດຖະບານ ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ, ຫວັງ​ວ່າ​ວິ​ສາ​ຫະກິດ ຫວຽດນາມ ຈະລົງທຶນ ເຂົ້າ ກຳປູ​ເຈຍ ​ແລະ ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຈະບັນລຸ​ໄດ້ 5 ຕື້ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ