ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບຜູ້ ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ

ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບຜູ້ ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະຄອນ​ໂຮ່ຈິ​ມິນ (ພາບ : chinhphudientu)

Vovworld- ວັນ​ທີ 26/11, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ນະຄອນ​ໂຮ່ຈິ​ມິນ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ່ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ 13. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນ​ທີ່​ສຸດ​ຈິດ​ສຸດ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ຄວາມ​ເປັນຫ່ວງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ການ​ລົງ​ຄະ​ແນນ​ສຽງ, ປ່ອນ​ບັດ​ໄວ້​ວາງ​ໃຈສຳລັບ​ບັນດາ​ຕ່ຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ເນັ້ນ​ໜັກວ່າ ນີ້​ແມ່ນ​ວຽກ​ງານ​ທີ່​ລະອຽດ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເວົ້າ​ສະ​ເພາະ ​ແລະ ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ປັບປຸງ​ພັກ​ເວົ້າ​ລວມ . ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ກ່າວ​ວ່າ :

    “ ວຽກ​ງານ​ນີ້, ຖ້າ​ຫາກ​ປະຕິບັດ​ເປັນ​ຢ່າງ​ດີ, ມີ​ປະສິດທິ​ຜົນ, ​ແນ່ນອນ​ວ່າ​ຈະ​ເຮັດ​ໃຫ້​ຫັນປ່ຽນ​ສະພາບ​ການ. ໜ້າ​ທີ່​ຂອງ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງ​ແມ່ນ​ຕ້ອງ​ພາວະ​ວິ​ໄສ, ມີ​ຈິດ​ໃຈ​ທ່ຽງ​ທຳ, ​ເພື່ອ​ພາລະກິດ​ຂອງ​ປະ​ເທດ​ຊາດ ​ແລະ ບໍ່​ເພື່ອ​ທີ່​ນັ່ງ, ຕຳ​ແໜ່​ງຂອງ​ຕົນ, ຖ້າ​ບໍ່​ດັ່ງ​ນັ້ນ​, ລະບົບ​ຈະ​ຖືກ​ພັງ​ທະລາ​ຍ ”

     ແລະກໍໃນຕອນ​ເຊົ້າ​ວັນ​ທີ 26/11, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ເຂດ​ເລືອກ​ຕັ້ງ​ທີ 3, ນະຄອນ​ເກີນ​ເທີ ​ໂດຍ​ທ່ານ ​ເລ​ຮົ່ງ​ແອ​ງ (Le Hong Anh) ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ວິ້ງ​ແທ້ງ ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

      ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີງງອກ​ເຊີນ (Huynh Ngoc Son) ​ແລະ ຄະນະ​ ສສຊ ນະຄອນ​ດາ​ນັ້ງ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ບໍລິ​ເວນ​ແຂວງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຮີງງອກ​ເຊີນ (Huynh Ngoc Son) ​​ໄດ້​ຢືນຢັນ​ວ່າ ດ້ວຍ​ຈິດ​ໃຈ​ເຂັ້ມ​ງວດ, ມີໜ້າ​ທີ່​ຮັບຜິດຊອບ, ບັນດາ ສສຊ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ພິຈາລະນາ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ, ​ເປົ້າ​ໝາຍ, ມາດຕະຖານ ​ແລະ ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ປີ 2013. ສະພາ​ແຫ່ງ​ຊາດ​ກໍ່​ຮັບ​ຮອງ​ເອົາ​ຮ່າງ​ກົດໝາຍ 9 ສະບັບ ​ແລະ ບັນດາ​ມະຕິ​ທີ່​ສຳຄັນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ວິ້ງ​ແທ້ງ ​ແລະ ນະຄອນ​ດາ​ນັ້ງ ກໍ​ເຫັນ​ດີ​ກັບ​ບັນດາ​ມາດ​ຕະການ​ເຊິ່ງລັດຖະບານ​ໄດ້​ວາງ​ອອກ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ.  ທ່ານໝາກຍືລາຍ (Mac Nhu Lai) ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ​ເຟື໋ອກນິງ, ​ເມືອງ ຫາຍ​ເຈົາ, ນະຄອນ​ດາ​ນັ້ງ ​ໃຫ້​ຮູ້​ວ່າ.

“ຂ້າພະ​ເຈົ້າ​ເຫັນ​ວ່າ ​ເມື່ອ​ທຽບ​ກັບ​ບັນດາ​ກອງ​ປະຊຸມຄັ້ງ​ກ່ອນ​ໆ, ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄຸນ​ນະພາ​ບສູງ​ກວ່າ​ຫຼາຍ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ດ້ວຍ​ລັກສະນະ​ປະຊາທິປະ​ໄຕ​ກໍ​ໄດ້​ຮັບ​ການ​ເປີດ​ກວ້າງ. ​ເພາະສະ​ນັ້ນ, ບັນດາ​ຄຳ​ຄິດຄຳ​ເຫັນ​ປະກອບ​ກໍ​ດີ​ຫຼາຍ, ມີ​ບັນດາ​ຄຳ​ເຫັນ​ທີ່​ກົງ​ໄປ​ກົງ​ມາ​ຄື​ຂອງ​ທ່ານ ​ເຢືອງຈູ​ງກ໋ວກ (Duong Trung Quoc) ​ແລະ ທ່ານ ​ເຈີ່ນຢູ້ຫຼີກ (Tran Du Lich). ​ແຕ່​ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ ບັນຫາ​ສຳຄັນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈັດ​ຕັ້ງປະຕິບັດບັນດາ​ມະຕິ​ທີ່​ວາງ​ອອກ​ໃຫ້​ໄດ້, ດັ່ງ​ນັ້ນຈຶ່ງ​ເຂົ້າ​ສູ່​ຊີວິດຕົວ​ຈິ່ງ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ”.


ຂ່າວ/ບົດ​ອື່ນ