(vovworld) – ຕອນບ່າຍວັນທີ 07/07, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປໂຮງໝໍດາດແຫ່ງຊາດ, ຢ້ຽມຢາມບັນດານັກຮົບຖືກບາດເຈັບໜັກໃນເຫດເຮືອບິນເອລີກອບເຕີ Mi 171 ຕົກ ຢູ່ເມືອງແທກເທີດ, ຮ່າໂນ້ຍ. ທ່ານປະທານປະເທດ ໄດ້ພົບປະກັບບັນດາທ່ານໝໍ, ແພດ, ພະຍາບານໂຮງໝໍດາດແຫ່ງຊາດ ທີ່ພວມປິ່ນປົວໃຫ້ນັກຮົບໂດຍກົງ, ຮັບຟັງຖັນແຖວທ່ານໝໍລາຍງານກ່ຽວກັບອາການສຸຂະພາບປະຈຸບັນຂອງບັນດາຄົນເຈັບ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ຖັນແຖວທ່ານໝໍຂອງໂຮງໝໍ ເຮັດຈົນສຸດຄວາມສາມາດຂອງຕົນ, ສຸມໃສ່ທຸກພາຫະນະ, ອຸປະກອນການແພດເພື່ອປິ່ນປົວໃຫ້ບັນດານັກຮົບຖືກອຸບັດຕິເຫດ.
ຕາມຂໍ້ມູນໃໝ່ສຸດ, ຍ້ອນຖືກບາດຈັບໜັກນັກຮົບ 2 ຄົນໃນອຸບັດຕິເຫດດັ່ງກ່າວໄດ້ເສຍຊີວິດຢູ່ໂຮງໝໍດາດແຫ່ງຊາດ . ສະນັ້ນ, ໄດ້ມີນັກຮົບ 18 ຄົນເສຍສະຫຼະຊີວິດໃນເຫດເຮືອບິນເອລີກອບເຕີ Mi 171 ຕົກ, ໃນນັ້ນມີນັກຮົບ 16 ຄົນເສຍຊີວິດຢູ່ກັບທີ. ສ່ວນນັກຮົບ 2 ຄົນທີ່ພວມປິ່ນປົວຢູ່ໄຮງໝໍດາດແຫ່ງຊາດ ກໍ່ຢູ່ໃນສະພາບອາການອັນຕະລາຍ ຍ້ອນຖືກດາດໜັກປະມານ 50 – 60%.