(vovworld) – ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງທາງທິດໃຕ້ຂອງພາກກາງ, ໃນລະຫວ່າງວັນທີ 17- 18/3, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນີງທ້ວນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນ.
ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ, ທ່ານປະທານປະເທດ ໄດ້ຊີ້ແຈ້ງເຖິງຍຸດທະສາດພັດທະນາເສດຖະກິດເຂດທະເລ ແລະ ເນັ້ນໜັກວ່າ: ແຂວງ ຄວນມານະພະຍາຍາມຢ່າງສຸດຄວາມສາມາດເພື່ອປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ພ້ອມກັນນັ້ນຄວນສ້າງນະໂຍບາຍທີ່ເໝາະສົມ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ ເພື່ອແນໃສ່ດຶງດູດບັນດານັກລົງທຶນ. ປີ 2015 ກໍ່ແມ່ນປີຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນ, ແຂວງ ນີງທ້ວນ ຄວນກະກຽມເນື້ອໃນ ແລະ ບຸກຄະລາກອນໃຫ້ດີ, ພ້ອມທັງສະຫງວນເວລາທີ່ເໝາະສົມເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງຢ່າງຖືກຕ້ອງ ແລະ ຊັດເຈນ ມຸ່ງໄປເຖິງກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ 12.
ເນື່ອງໃນໂອກາດການປະຕິບັດງານຢູ່ແຂວງ ນີງທ້ວນ, ທ່ານປະທານປະເທດ ໄດ້ລົງຢ້ຽມຢາມກອງພັນໃຫຍ່ທັບອາກາດ 937, ເຊິ່ງແມ່ນກົມກອງທີ່ສຳຄັນ, ມີໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງພາກໃຕ້ຂອງປະເທດຊາດ ແລະ ຝຶກແອບບິນ. ທ່ານປະທານປະເທດ ເຈືອງເຕິນຊາງ ຫວັງວ່າ ພະນັກງານ, ນັກຮົບກອງພັນໃຫຍ່ສືບຕໍ່ເສີມຂະຫຍາຍມູນເຊື້ອພິລະອາດຫານ, ມີຫົວຄິດປະດິດສ້າງ, ກຽມພ້ອມປົກປັກຮັກສາອະທິປະໄຕເຂດນ່ານຟ້າ, ນ່ານທະເລຂອງປະເທດຊາດ; ພ້ອມທັງບືນຕົວຂຶ້ນເປັນເຈົ້າການພາຫະນະເຕັກນິກທັນສະໄໝ, ຕອບສະໜອງໜ້າທີ່ຍຸດທະສາດໃນສະພາບການໃໝ່.