ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ມຽນມາ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ມຽນມາ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ຢ້ຽມຢາມ​ມຽນມາ
(ພາບ: truongtansang.net)


(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມຽນມາ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 1/12, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ມຽນມາ. ທ່ານ​ປະທານ​ປະ​ເທດ​​ໄດ້​ເອົາ​ໃຈ​ໃສ່​ວ່າ, ພະນັກງານ, ພາລະ​ກອນ​ສະຖານທູດ ກໍ​ຄື​ປະຊາ​ຄົມ​ຊາວ​ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ ການ​ຄ້າ​ຫຼາຍ​ກ່ວາອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ກໍ​ຕັກ​ເຕືອນ​ໃຫ້ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ, ​ເຮັດ​ວຽກ ​ແລະ ດຳ​ລົງ​ຊີວິດຢູ່​ມຽນມາ​ ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສູ້​ຊົນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ໃນ​ການ​ປະຕິບັດ​ງານ ​ແລະ ຮໍ່າຮຽນ, ສືບ​ຕໍ່​ປະ​ກອບສ່ວນປັບປຸງ ​ແລະ ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ຂອງ​ສອງ​ປະ​ເທດ​ກວ່າ​ອີກ.

        ຕໍ່​ຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ໄດ້​​ໄປຢ້ຽມຢາມ​ຫ້ອງ​ການ​ບໍ່​ລິ​ສັດ​ໃຫຍ່​ສຳ​ຫຼວດ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດຢູ່​ມຽນມາ (PVEP). ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບໍລິສັດ PVEP ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແມ່ນ​ຫົວໜ່ວຍ​ນຳ​ໜ້າ​ຂອງ​ກຸ່ມ​ບໍລິສັດ​​ນ້ຳມັນ​ອາຍ​ແກ​ດຫວຽດນາມ ນຳ​ການ​ຮ່ວມ​ມື​ດ້ານ​ນ້ຳມັນ​ອາ​ຍ​ແກ​ດກາຍ​ເປັນ​ແບບຢ່າງ​ໃນ​ການ​ຮ່ວມ​ມື​ເສດຖະກິ​ດ - ການ​ລົງທຶນ.

        ຕອນ​ທ່ຽງ​ວັນ​ດ່ຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ພ້ອມກັບພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Yangon ກັບ​ຄືນ​ເມື່ອ​ປະ​ເທດ, ສິ້ນສຸດ​ການ​ຢ້ຽມຢາມ​ສ.ສະຫະພາບ​ມຽນມາ ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ