(vovworld) – ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ, ຕອນເຊົ້າວັນທີ 28/6, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ມີການພົບປະກັບປະທານສະພາຕຳ່ ອິນໂດເນເຊຍ ທ່ານ Marzuki Alie, ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອິນໂດເນເຊຍ ແລະ ໄປວາງພວງມາລາຢູ່ເຂດສຸສານນັກວິລະຊົນ Kalibata. ທີ່ການພົບປະກັບ ທ່ານ Marzuki Alie, ປະທານສະພາຕຳ່ ອິນໂດເນເຊຍ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານສະພາຕຳ່ Marzuki Alie ສະແດງຄວາມພາກພູມໃຈກ່ຽວກັບການພັດທະນາອັນດີງາມຂອງການພົວພັນ, ເຫັນດີເປັນເອກະພາບກັນຖືວ່າ: ເລື່ອງຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ພິເສດແມ່ນການເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບັນດາບົດຮຽນກ່ຽວກັບວຽກງານນິຕິບັນຍັດກໍ່ຄືສົ່ງເສີມການ ເຈລະຈາ, ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາສູງ ອິນໂດເນເຊຍ, ສ້າງພື້ນຖານນິຕິກຳຢ່າງຄົບຖ້ວນໃຫ້ແກ່ກ່ນຮ່ວມມືລະຫວ່າງ ສະພາແຫ່ງຊາດ 2 ປະເທດ ເວົ້າສະເພາະ ແລະ ການພົວພັນລະຫວ່າງ 2 ປະເທດ ເວົ້າລວມ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບການນຳບັນດາວິສາຫະກິດອັນດັບໜຶ່ງຂອງ ອິນໂດເນເຊຍ ໃນບັນດາຂົງເຂດ ການບິນ, ນ້ຳມັນອາຍແກັດ, ຖ່ານຫິນ, ອະສັງຫະລິມະຊັບ... ທ່ານປະທານປະເທດ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເລເຊຍ ແມ່ນປະເທດມີພົນລະເມືອງໜາແໜ້ນທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຕະຫລາດທີ່ກ້ວາງໃຫຍ່, ພື້ນຖານເສດຖະກິດ 2 ປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີຄວາມສາມາດຊ່ວຍເຫຼືອກັນໃນການຊຸກຍູ້ການພົວພັນ 2 ຝ່າຍ, ກໍ່ຄືສ້າງຕັ້ງລະບົບການຮ່ວມມື, ເຊື່ອມຕໍ່ພາກພື້ນເພື່ອຮ່ວມມືກັບບັນດາປະເທດອື່ນໃນພາກພື້ນ. 2 ຝ່າຍກໍ່ນອນໃນເຂດເສດຖະກິດຂະຫຍັນຂັນເຄື່ອນ ທີ່ພວມແມ່ນຈຸດນັດພົບຂອງບັນດານັກລົງທຶນ ແລະ ບັນດາກຸ່ມບໍລິສັດອັນດັບໜຶ່ງຂອງໂລກ, ບ່ອນທີ່ມີຫຼາຍເວທີປາໄສ, ການໂອ້ລົມສົນທະນາ, ກົນໄກຮ່ວມມືຫຼາຍຝ່າຍເພື່ອໜູນຊ່ວຍການຮ່ວມມືໃນພາກພື້ນ. ດັ່ງນັ້ນ, ບັນດາອົງການລັດຖະບານ ແລະ ປະຊາຄົມວິສາຫະກິດ 2 ປະເທດຄວນຂຸດຄົ້ນທ່າແຮງນີ້ເພື່ອພ້ອມກັນເຊື່ອມຕໍ່, ຮ່ວມມືກັບບັນດາປະເທດ, ບັນດາຄູ່ຮ່ວມມືອື່ນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອການພັດທະນາລວມຂອງແຕ່ລະປະເທດ ແລະ ຂອງພາກພື້ນ.
ກ່ອນໜ້ານັ້ນ, ວັນທີ 27/6, ໃນການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ໄດ້ມີການເຈລະຈາ, ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືບາງສະບັບ ແລະ ພົບປະກັບບັນດາອົງການສື່ມວນຊົນເພື່ອປະກາດໝາກຜົນການເຈລະຈາ, ຄວາມໝາຍຂອງການຢ້ຽມຢາມ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນວ່າ ເລື່ອງຍົກລະດັບການພົວພັນ ຫວຽດນາມ - ອິນໂດເນເຊຍ ຈະສ້າງກຳລັງແຮງເພື່ອນຳບັນດາຂົງເຂດຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນຄົງກ່ວາ. ເລື່ອງຍົກລະດັບການພົວພັນນີ້ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຈຸດໝາຍສ້າງປະຊາຄົມ ອາຊຽນ ໃນປີ 2015 ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ - ປາຊີຟິກ ແລະ ໃນໂລກ.”
ສະແດງຄວາມພາກພູມໃຈເມື່ອການພົວພັນກ້າວເຂົ້າສູ່ໄລຍະພັດທະນາໃໝ່, ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ກໍ່ຢືນຢັນວ່າ: 2 ຝ່າຍບັນລຸໄດ້ຄວາມເຫັນດີຢ່າງສູງຢູ່ບັນດາບັນຫາ, ສ້າງພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ຂອງ ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງແຕ່ວັນທີ 27 ຫາ 28/6. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ : ໃນໄລຍະຢູ່ຢ້ຽມຢາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການເຈລະຈາກັບ ປະທານາທິບໍດີອິນໂດເນເຊຍ Susilo Bambang Yuddhoyono. ການນຳ ທັງ 2 ທ່ານໄດ້ແບ່ງປັນທັດສະນະ ແລະ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຫວຽດນາມ ແລະ ອິນໂດເນເຊຍ ຊຶ່ງໄດ້ຮັບການຮັກສາ ແລະ ພັດທະນາຢ່າງດີງາມ. ການນຳ ທັງ 2 ທ່ານ ໄດ້ຖະແຫຼງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ຢ່າງເປັນທາງການ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ປະທານາທິບໍດີອິນໂດເນເຊຍ Susilo Bambang Yuddhoyono ໄດ້ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ; ມອບໝາຍໃຫ້ 2 ກະຊວງການຕ່າງປະເທດເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງໂຄງການເຄື່ອນໄຫວຜັນຂະຫຍາຍມາດຕະການເພື່ອຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງລະອຽດ ແລະ ມີປະສິດທິຜົນ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, 2 ຝ່າຍວະໜັບສະໜູນການສືບຕໍ່ຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ແລະ ສັນຍາຮ່ວມມືປ້ອງກັນ ແລະ ຕໍ່ສູ້ຕ້ານອາດຊະຍາກຳ, ສົ່ງເສີມການເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢ່າງບໍ່ເຄີຍມີມາກ່ອນ. ທາງດ້ານການຄ້າ, 2 ຝ່າຍ ໄດ້ເຫັນດີເປັນເອກະສັນສູ້ຊົນບັນລຸຈຸດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 5 ຕື້ USD ໃນປີ 2015, ແລະ 10 ຕື້ USD ໃນປີ 2018. 2 ຝ່າຍໝັ້ນໝາຍຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນທີ່ອຳນວຍຄວາມສະດວກກ່ວາເກົ່າ......
ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ປະທານາທິບໍດີອິນໂດເນເຊຍ Susilo Bambang Yuddhoyono ໄດ້ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນກຸ່ມອາຊຽນ, ມຸ່ງໄປສູ່ຈຸດໝາຍສ້າງປະຊາຄົມອາຊຽນເຊື່ອມຈອດໃນປີ 2015. ຫວຽດນາມ ໝັ້ນໝາຍສືບຕໍ່ສະໜັບສະໜູນ ອິນໂດເນເຊຍ ໃນບົດບາດເປັນປະທານ APEC 2013, ພ້ອມກັນນັ້ນ, ອິນໂດເນເຊຍຍັງໝັ້ນໝາຍສະໜັບສະໜູນຫວຽດນາມໃນບົດບາດນີ້ໃນປີ 2017. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳທັງ 2 ທ່ານຢືນຢັນຄືນກ່ຽວກັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການພິພາດດ້ວຍມາດຕະການໂດຍສັນຕິວິທີ, ປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີມີສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982, ສະໜັບສະໜູນຖະແຫຼງການ 6 ຂໍ້ຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ ແລະ ຊົມເຊີຍການດຳເນີນແລກປ່ຽນກ່ຽວກັບປະມວນລະບຽບການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ COC ແລະມຸ່ງໄປສູ່ການສ້າງ COC .