(vovworld) - ທ່ານປະທານປະເທດຫວຽດນາມ ເຈືອນເຕີນຊາງ ໄດ້ເຂົ້າຮ່ວມພິທີໄຂ “Festival ທະເລ 2013 - ຍາຈາງຈຸດນັດພົບ” ຖືກດຳເນີນໄປເມື່ອຕອນຄໍ່າວັນທີ 08/06, ຢູ່ນະຄອນຍາຈາງ, ແຂວງແຄ໋ງຮ່ວາ. ດ້ວຍຫົວຂໍ້ວ່າ “ສຽງກັງວານຂອງທະເລ”. Festival ທະເລ - ຍາຈາງຈຸດນັດພົບ ໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ, ເລີ່ມແຕ່ປີ 2003 ມາຮອດປະຈຸບັນ, ແມ່ນໂອກາດເພື່ອໃຫ້ແຂວງແຄ໋ງຮ່ວາ ໂຄສະນາຄວາມສາມາດບົນຊ້ອນ, ທ່າແຮງດ້ານເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ, ພ້ອມທັງຮຽກຮ້ອງ, ດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຮວ່າງຕ໋ວນແອງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງແຄ໋ງຮ່ວາ ຈັດຕັ້ງບັນດາເຫດການມຸ່ງໄປເຖິງທະເລ,ໝູ່ເກາະ, ຂຸດຄົ້ນຄວາມສາມາດບົ່ມຊ້ອນສິ່ງແວດລ້ອມຢ່າງມີປະສິດທິຜົນ, ຮັກສາລະດັບພັດທະນາເສດຖະກິດຢ່າງວ່າງໄວ, ໂດຍສະເພາະແມ່ນເສດຖະກິດທະເລ, ປະກອບສ່ວນສຳຄັນເຂົ້າໃນຜົນງານຂອງຂະແໜງທ່ອງທ່ຽວຫວຽດນາມ. ທ່ານ ຮວ່າງຕ໋ວນແອງ ກ່າວວ່າ.
“ໃນໄລຍະຈະມາເຖິງ, ຂ້າພະເຈົ້າສະເໜີໃຫ້ແຂວງ ແຄ໋ງຮ່ວາ ແລະ ບັນດາເຂດແຄມແມ່ນ້ຳທະເລຕອນໄຕ້ພາກກາງ ສືບຕໍ່ມີກົນໄກ, ນະໂຍບາຍທີ່ດູດດື່ມໃຈ ເພື່ອດຶງດູດບັນດາແຫຼ່ງເງິນລົງທຶນ, ສຸມໃສ່ພັດທະນາຜະລິດຕະພັນທ່ອງທ່ຽວ, ທະເລໝູ່ເກາະ, ຮາກຖານການບໍລິການທ່ອງທ່ຽວມີຄຸນນະພາບສູງ, ເຊື່ອມຕໍ່ ແລະ ເສີມຂະກຍາຍບັນດາຄຸນຄ່າມໍລະດົກວັດທະນະທຳໃນການພັດທະນາການທ່ອງທ່ຽວ, ຍູ້ແຮງວຽກງານໂຄສະນາສົ່ງເສີມ ແລະ ຮ່ວມສຳພັນລະຫວ່າງເຂດ, ເພີ່ມທະວີການຮ່ວມມືກັບສາກົນ, ຄວບຄຸມຄຸນນະພາບການບໍລິການ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕິດພັນກັບການພັດທະນາການທ່ອງທ່ຽວກັບການປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ”.
ກໍໃນຕອນເຊົ້າວັນທີ 09/06, ຢູ່ນະຄອນຢາຍາງ, ແຂວງແຄ໋ງຮ່ວາ, ສຳນັກງານປະຈຳເຂດພາກກາງຂອງວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍາໂທລະພາບແຂວງແຄ໋ງຮ່ວາ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ຕິດພັນການປົກປັກຮັກສາທະເລກັບການພັດທະນາການທ່ອງທ່ຽວຢ່າງໝັ້ນຄົງ”. ບັນດາຜູ້ຊ່ຽວຊານດ້ານເສດຖະກິດໄດ້ປຶກສາຫາລືຍົກອອກມາດຕະການແກ້ໄຂການປົກປັກຮັກສາສິ່ງແວດລ້ອມທະເລ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນທີ່ດຳລົງຊີວິດຢູ່ພາຍໃນເຂດອະນຸລັກທະເລ; ບັນດາປັດໃຈຄາດຄວາມໝັ້ນຄົງຂອງການພັດທະນາການທ່ອງທ່ຽວຕິດພັນກັບທະເລຢ່າງວ່າງໄວ. ຕາມທ່ານ ເລຊວນເທີນ, ຮອງປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ແລ້ວ, ເພື່ອພັດທະນາການທ່ອງທ່ຽວຢ່າງໝັ້ນຄົງ ວຽກງານຄຸ້ນຄອງຂອງລັດຕ້ອງກຳນົດໄດ້ຈຸດໝາຍ, ແຜນການບັນດານະໂຍບາຍຢ່າງລະອຽດ ເພື່ອຫຼີກລ້ຽງຄວາມຂັດແຍ້ງກັນລະຫວ່າງເສດຖະກິດທ່ອງທ່ຽວ ແລະ ບັນດາຂະແໜງເສດຖະກິດອື່ນໆ. ໃນນັ້ນປະຊາຊົນ ແລະ ແຂກທ່ອງທ່ຽວສວມບົດບາດສຳຄັນ.