ປະທານປະເທດຈີນພົບປະກັບນາຍົກລັດຖະມົນຕີອິນເດຍ

ປະທານປະເທດຈີນພົບປະກັບນາຍົກລັດຖະມົນຕີອິນເດຍ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສື່​ຈີ້​ນພິງ ​ພົບ​ປະກັບ​
ທ່ານ​ນາຍົກລັດຖະມົນຕີອິນ​ເດ​ຍ Narendra Modi
(ພາບ: AFP/TTXVN)


​(vovworld) – ຕາມ​ສຳນັກ​ຂ່າວສານ​ຊິນ​ຮວາ ​ແລ້ວ, ຕອນ​ບ່າຍ​ວັນ​ທີ 14/05, ທ່ານ​ປະທານ​ປະ​ເທດ​ຈີນ ສື່​ຈີ້​ນພິງ ​ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ນາຍົກລັດຖະມົນຕີອິນ​ເດ​ຍ Narendra Modi ຢູ່​ນະຄອນ ຊີອານ ​ເມືອງ​ເອກ ສານ​ຊີ, ປະ​ເທດ​ຈີນ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ສື່​ຈີ້​ນພິງ ຊີ້​ແຈ້ງ​ການ​ພົວພັນ​ລະຫວ່າງ​ຈີນ - ອິນ​ເດ​ຍ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ມີ​​ແງ່ຫວັງ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ​. ທ່ານ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, 2 ປະ​ເທດສາມາດມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ​ອີກ ​ແລະ ພະຍາຍາມ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ກັນເພື່ອ​ຫຼີກລ້ຽງ​ບໍ່ໃຫ້ການ​ພົວພັນ 2 ຝ່າຍ​ອ່ອນ​ເພຍລົງ. ສ່ວນ​ທ່ານ​ນາຍົກລັດ​ຖະມົນຕີ Narendra Modi ​ໃຫ້​ຮູ້​ວ່າ, ອີນ​ເດ​ຍ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຈີນ ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ຊຸກຍູ້​ດ້ານການ​ຄ້າ 2 ຝ່າຍ ​ແລະ ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນຢ່າງ​ສົມ​ເຫດ​ສົມຜົນ.

      ທ່ານ ສື່​ຈີ້​ນພິງ ​ເນັ້ນ​ໜັກພ້ອມ​ແລ້ວ​ທີ່​ຈະ​​ເພີ່ມ​ທະວີ​ການຮ່ວມ​ມືກັບ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ ກໍ່​ຄື​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ຖະນາ​ຖາວອນຂອງ​ພາກ​ພື້ນ. ທ່ານ Narendra Modi ຊີ​ແຈ້ງວ່າ: ອີນ​ເດຍ ​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ໃນ​ພາກ​ພື້ນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຈີນ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ