ປະທານປະເທດຈີນສື່ຈີນຜິງກະກຽມການຢ້ຽມຢາມອາຣັບບີຊາອຸດິ,ອີຢິບ,ອີຣານ

ປະທານປະເທດຈີນສື່ຈີນຜິງກະກຽມການຢ້ຽມຢາມອາຣັບບີຊາອຸດິ,ອີຢິບ,ອີຣານ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຈີນ ສື່​ຈີນ​ຜິງ

Vovworld - ວັນ​ທີ 15/1, ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ​້​ປະ​ກາດ​ວ່າ: ທ່ານ​ປະ​ທານ​ປະ​ເທດ ສື່​ຈີນ​ຜິງ ຈະ​ຢ້ຽມ​ຢາມ ອາ​ຣັບ​ບີ ຊາອຸ​ດິ, ອີ​ຢິບ, ອີ​ີ​ຣານ ແຕ່​ວັນ​ທີ 19 – 23/1/2016. ນີ້​ແມ່ນ​ການ​ຢ້​ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ສື່​ຈີນ​ຜິງ ໄປ​ຍັງ​​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ຖານ​ະ​ຕຳ​ແໜ່ງ​ແມ່ນ​ປະ​ທານ​ປະ​ເທດ ຈີນ. ກ່ອນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ສື່​ຈີນ​ຜິງ, ລັດ​ຖະ​ບານ ຈີນ ໄດ້​ພິ​ມ​ຈ​ຳ​ໜ່າຍ​ປື້ມ​ກ່ຽວ​ກັບ​ນະ​ໂຍ​ບາຍ ອາ​ຣັບ ສະ​ຫລຸບ​ການ​ພັດ​ທະ​ນາ​ໃນ​ການ​ພົວ​ພັນລະ​ຫວ່າງ ຈີນ - ອາ​ຣັບ, ໃນ​ນັ້ນ​ຊີ້​ແຈ້ງ​ພາກ​ພື້ນນີ້​ມີ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ສຳ​ລັບ ຈີນ. ປື້ມ​ຫົວ​ນີ້ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຈີນ ທີ່ມ​ີ​ຕໍ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບຢູ່​ຕາ​ເວັນ​ອອກ​ກາງ, ຊອກ​ຮູ້​ມາດ​ຕະ​ການດ​້ານ​ການ​ເມືອງ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ເຄັ່ງ​ຮ້ອນ​ໃນ​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ