ປະທານປະເທດຈີນຮຽກຮ້ອງອາເມລິກາຊຸກຍູ້ການຮ່ວມມືຢູ່ຂັ້ນທ້ອງຖິ່ນ
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານ
ປະທານາທິບໍດີ ອາເມລິກາ B. Obama
|
(vovworld)- ຈີນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢູ່ຂັ້ນທ້ອງຖິ່ນ ລະຫວ່າງ ຈີນ ແລະ ອາເມລິກາ ເພື່ອຊຸກຍູ້ການພັດທະນາການພົວພັນສອງຝ່າຍ. ກ່າວຄຳເຫັນທີ່ເວທີປາໄສການນຳບັນດາທ້ອງຖິ່ນ ຈີນ ແລະ ອາເມລິກາ ຄັ້ງທີ 3 ຊື່ງຈັດຂຶ້ນໃນວັນທີ 23/9 ຢູ່ ນະຄອນ Seattle ພາກຕາເວັນຕົກ ປະເທດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ຍົກອອກ 3 ບັນຫາເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍຢູ່ຂັ້ນທ້ອງຖິ່ນ. ທ່ານ ສີຈິ້ນຜິງ ໄດ້ຮຽກຮ້ອງບັນດາແຂວງ ຂອງຈີນ ແລະ ບັນດາລັດຂອງ ອາເມລິກາ ຄວນສືບຕໍ່ຮັກສາການຕິດຕໍ່ພົວພັນ ແລະ ຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ທ່ອງທ່ຽວ, ກິລາ ແລະ ລຸ້ນຫນຸ້ມ ເພື່ອຊຸກຍູ້ການເຕີບໂຕ ແລະ ສ້າງວຽກເຮັດງານທຳ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ.