ປະທານປະເທດຈີນເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງປະເທດອີຣານ

ປະທານປະເທດຈີນເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງປະເທດອີຣານ - ảnh 1
ທ່ານ​ປະທານ​ປະ​ເທດ ສີ​ຈິ້ນ​ຜິ​ງ
(ພາບ: Press TV )

(vovworld) – ​ ​ ວັນ​ທີ 22/01, ທ່ານ​ປະທານ​ປະ​ເທດ ສີ​ຈິ້ນ​ຜິ​ງ ​ໄດ້​ມາ​ຮອດ​ນະຄອນຫລວງ Teheran, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ອີຣານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ລະ​ຫວ່າງ 2 ປະ​ເທດ. ນີ້​ກໍ່​ແມ່ນປະ​ເທດ​ສຸດ​ທ້າຍ​ໃນ​ປະຕິບັດ​ງານ​ຂອງ​ການ​ນ​ຳ ຈີນ ​ເຖິງ 3 ປະ​ເທດ​ຕາ​ເວັນ​ອອກ​ກາງ​ລວມມີ: ອາຣັບບີ ຊາ​ອຸດິ, ອີ​ຢິບ ​ແລະ ອີຣານ. ການ​ຢ້ຽມຢາມ​ນີ້ ກໍ່​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ທຳ​ອິດ ​ໃນ 14 ປີ ຜ່ານ​ມາ​ຂອງປະມຸກ​ລັດ ຈີນ ​ເຖິງ ອີຣານ. ຄາກ​ວ່າ: ທ່ານ​ປະທານ​ປະ​ເທດ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທາ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ Hasan Rouhani ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສົມທົບ​ກັນດ້ານ​ຍຸດ​ທະ​ສາດ​​ພັດທະນາປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ. ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ຍົກ​ສູງ​ສາຍ​ພົວພັນ 2 ຝ່າຍ ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

 

ຂ່າວ/ບົດ​ອື່ນ