(vovworld) - ຕອນບ່າຍວັນທີ 03/10, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານປະເທດ ເຈີນດ້າຍກວາງ, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ໄດ້ເປັນປະທານການພົບປະລະຫວ່າງຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ກັບຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດຂອງນະຄອນ. ການພົບປະນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຮັບຟັງ, ແບ່ງປັນ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄຳສະເໜີແນະຂອງວິສາຫະກິດ, ນັກທຸລະກິດນະຄອນໂຮ່ຈິິມິນ. ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃສ່ໃຈບາງໜ້າທີ່, ມາດຕະການແກ້ໄຂເຊິ່ງບັນດາວິສາຫະກິດ, ນັກທຸລະກິດຕ້ອງມີຄວາມເອົາໃຈໃສ່ປະຕິບັດແມ່ນ ສ້າງປະຊາຄົມວິສາຫະກິດຫວຽດນາມ ໃຫ້ເຕີິບໃຫຍ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ແກ່ງແຍ້ງ, ຮັບປະກັນເອກະລາດ, ເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ, ແມ່ນກຳລັງຫຼັກແຫ່ງ, ນຳໜ້າໃນການຫັນປ່ຽນຮູບແບບເຕີບໂຕຕິດພັນກັບການສ້າງພື້ນຖານເສດຖະກິດຄືນໃໝ່… ທ່ານປະທານປະເທດ ສະເໜີໃຫ້ປະຊາຄົມວິສາຫະກິດ, ນັກທຸລະກິດນະຄອນໂຮ່ຈິມິນ ຍາມໃດກໍ່ຖືບົດບາດນຳໜ້າ, ແມ່ນແກ່ນສານໃນການພັດທະນາຂອງເສດຖະກິດພາກເອກະຊົນຢູ່ພາຍໃນປະເທດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ, ເສີມຂະຫຍາຍທ່າແຮງຂອງນະຄອນໃນການພັດທະນາເຂດຕາເວັນອອກພາກໃຕ້ ແລະ ເຂດຕາເວັນຕົກພາກໃຕ້.