ປະທານປະເທດຫວຽດ ນາມຢ້ຽມຢາມແລະ ກວດກາເຂດຊາຍ ແດນລ້າງເຊີນ


ປະທານປະເທດຫວຽດ ນາມຢ້ຽມຢາມແລະ ກວດກາເຂດຊາຍ ແດນລ້າງເຊີນ - ảnh 1

(ພາບປະກອບ)

 (vovworld)-ວັນ​ທີ 10/1, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ໄປຢ້ຽມຢາມ ​ແລະ ​ກວດກາສະພາບ​ກາ​ນຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເຂດ​ຊາຍ​ແດນ​ແຂວງ​ລ້າງ​ເຊີນ.

   ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ຈີ​ມາ ​ແລະ ​ກຸ່ມ​ເສດຖະກິດ​ປ້ອງ​ກັນຊາ​ດ 338 ຊື່​ງ​ແມ່ນ​ບັນດາ​ກົມ​ກອງ​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່​ຄຸ້ມ​ຄອງ, ຮັກສາ​ເສັ້ນຊາຍ​ແດນ​ທີ່​ມີ​ລວງ​ຍາວ 15,6 ກມ ​ແລະ ພັດທະນາ​ເສດຖະກິດ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ ຕາ​ແສງ​ຊາຍ​ແດນ 9 ​ແຫ່ງ​ຂອງ​ເມືອງ ​ໂລກ​ບິງ. ນະ​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ​ໂດຍ​ແມ່ນ​ກົມ​ກອງຕັ້ງທັບ​ຢູ່​ບໍລິ​ເວນ​ຍຸດ​ທະ​ສາດ ​ແລະ ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາດ​ຫຼາຍ​ຢ່າງ, ພະນັກງານ, ນັກຮົບ​ບັນດາ​ກົມ​ກອງ​ຕ້ອງ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ເພື່ອສ້າງ​ກົມ​ກອງ​ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ​ເປັນ​ເຈົ້າການ​ສົມທົບ​ກັບ​ບັນດາ​ກຳລັງ​ມີ່​ໜ້າ​ທີ່​ຮັບຜິດຊອບ ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ ຄວາມ​ສະຫງົບ​ປອດ​ໄພ​ເຂດ​ຊານ​ແດນ​ເປັນ​ຢ່າງ​ດີ.

  ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ​ຕາ​ແສງກາວ​ເລົາ, ​ເມືອງ​ກາວ​ໂລກ ຊື່​ງ​ແມ່ນ​ຕາ​ແສງ​ທີ່​ມີ​ເສັ້ນຊາຍ​ແດນ​ທີ່​ມີ​ລວງ​ຍາວ 13 ກມ ຕິດ​ກັບ​ຈີນ.

   ​ໃນ​ໂອກາດ​ໄປ​ຢ້ຽມຢາມ ​ແລະ ກວດກາ​ເຂດ​ຊາຍ​ແດນ ​ແລະ ກົງ​ກັບ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມັຍ 2014 ​ໃກ້​ຈະ​ມາ​ຮອດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ສະພາກາ​ແດງ​ຫວຽດນາມ ມອບ​ຂອງຂວັນ 300 ພູດ ​ແລະ ຜ້າ​ຫົ່ມ 200 ຜືນ​ໃຫ້ ປຊຊ ທຸກ​ຍາ​ກ​ແຂວງ​ລ້າງ​ເຊີນ ​ແລະ ​ໄປ​ຢ້ຽມຢາມ​ຄອບຄົວ​ນະ​ໂຍບາຍ​ຈຳນວນ​ໜຶ່ງ./.

 

ຂ່າວ/ບົດ​ອື່ນ