ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມປຶກສາຫາລືເປີດລະດັບສູງຂອງສະພາຄວາມໝັ້ນຄົງ ສ.ປ.ຊ
(VOVWORLD) -ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສ.ປ.ຊ ເດືອນເມສາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມປຶກສາຫາລືເປີດລະດັບສູງຂອງສະພາຄວາມໝັ້ນຄົງ ສ.ປ.ຊ
ພາບປະກອບ |
ແຈ້ງການຂອງກະຊວງການຕ່າງປະເທດເມື່ອວັນທີ 14 ເມສາ ໃຫ້ຮູ້ວ່າ ໃນວັນທີ 19 ເມສາ, ຢູ່ຮ່າໂນ້ຍ,ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສ.ປ.ຊ ເດືອນເມສາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມປຶກສາຫາລືເປີດລະດັບສູງ ກ່ຽວກັບຫົວເລື່ອງ “ ເພີ່ມທະວີການຮ່ວມມືລະຫວ່າງ ສ.ປ.ຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ການສ້າງຄວາມເຊື່ອໝັ້ນ ແລະ ເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ”ຕາມຮູບແບບສົມທົບລະຫວ່າງອອນລາຍ ແລະ ຈັດຕັ້ງຢູ່ຫໍປະຊຸມ.