ປະທານປະເທດອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ

(VOVWORLD) -ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ
ປະທານປະເທດອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພວມກວດກາເຮືອນຄົວແຕ່ງກິນໃຫ້ນັກໂທດທີ່ຄ້າຍຄຸມຂັງ ງອກຫຼີ ແຂວງບັກຢາງ

    ວັນທີ 30 ສິງຫາ, ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ, 3 ຄົນພວມຖືກຊັດມ້ຽນການປະຕິບັດໂທດຈຳຄຸກໂດຍຊົ່ວຄາວ, 3 ຄົນພວມຖືກໂຈະປະຕິບັດໂທດຈຳຄຸກ, ມີເງື່ອນໄຂຮັບອະໄພຍະໂທດໃນປີ 2021.

    ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ກັນຍາປີ 2021 ເປັນຕົ້ນໄປ. ນາຍົກລັດຖະມົນຕີ, ປະທານ ແລະ ບັນດາສະມາຊິກໃນສະພາທີ່ປຶກສາອະໄພຍະໂທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງວ່າການປະທານປະເທດ ຕ້ອງຮັບຜິດຊອບປະຕິບັດຕາມຂໍ້ຕົກລົງສະບັບນີ້.     

ຕອບກັບ

ຂ່າວ/ບົດ​ອື່ນ