ປະທານປະເທດເຂົ້າຮ່ວມ ເຈີ່ນດ້າຍກວາງ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດຂອງກະຊວງຕຳຫຼວດ
(vovworld) - ຕອນເຊົ້າວັນທີ 14/7, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດສົມທົບກັບກະຊວງປ້ອງກັນປະເທດ, ສະຖາບັນການເມືອງ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອຊາບຊືມ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງກຳລັງປະກອບອາວຸດປະຊາຊົນໃນໄລຍະປະຈຸບັນ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກເຖິງຄວາມຕ້ອງການທີ່ວາງອອກໃນປະຈຸບັນແມ່ນ, ຄົ້ນຄ້ວາ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ກຳນົດບັນດາບັນຫາທີ່ວາງອອກ ສຳລັບໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອມີບັນດາມາດຕະການຢ່າງລະອຽດ, ແນໃສ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມສະຫງົບປອດໄພຂອງປະເທດຊາດໃນບໍ່ວ່າສະຖານະການໃດໄວ້ຢ່າງໝັ້ນຄົງ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຮຽກຮ້ອງວ່າ:
“ຄວນຕີລາຄາສະພາບການ, ໝາກຜົນແຫ່ງການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ, ຄວາມສະຫງົບປອດໄພແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາປອດໄພໃນສັງຄົມ, ຄວນສະເໜີຕໍ່ພັກ, ລັດ ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີໄຊ. ເມື່ອໄດ້ປະກາດໃຊ້ມະຕິ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກນັ້ນແມ່ນ, ຕ້ອງຫັນບັນດາລາຍການດຳເນີນງານ, ບັນດາແຜນຮ່າງ, ວິທີການ, ແຜນການປະຕິບັດໃຫ້ເປັນລະບອບ, ລະອຽດ, ເພື່ອນຳເອົາມະຕິຂອງພັກເຂົ້າການດຳລົງຊີວິດ“.