ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
(vovworld) - ຕອນຄ່ຳວັນທີ 26/03 ຢູ່ນະຄອນ ນິງບີງ, ແຂວງ ນິງບີງ ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ນິງບີງ (01/04/1992 – 01/04/2017). ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມກັບການນຳຄະນະ, ກະຊວງ, ຂະແໜງການສູນກາງ ແລະ ແຂວງ ນິງບີງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີແຂວງ ນິງບີງ ສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເປັນຢ່າງດີ, ລະດົມທຸກແຫຼ່ງກຳລັງຢ່າງສຸດຂີດ ເພື່ອລົງທຶນພັດທະນາ, ພ້ອມທັງ ເອົາໃຈໃສ່ເປັນພິເສດເຖິງການປ່ຽນໃໝ່ຮູບແບບການເຕີບໂຕ ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ຄວາມໝັ້ນຄົງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ:
“ພັດທະນາການທ່ອງທ່ຽວແບບຍືນຍົງ, ພິເສດແມ່ນການທ່ອງທ່ຽວອວ່າຍເມືອຫາກົກເຄົ້າເຫງົ້າກໍ, ຊີວະພາບ, ພັກຜ່ອນບຳລຸງສຸຂະພາບຕິດພັນກັບການພັດທະນາການຜະລິດ, ດຳເນີນທຸລະກິດ. ອະນຸລັກຮັກສາ, ບູລະນະ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ. ຫັນບັນດາຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບຫລາບແບບ ຕິດພັນກັບການພັດທະນາວັດທະນະທຳ ແລະ ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ການປົກປັກຮັກສາທິວທັດທຳມະຊາດ, ສິ່ງແວດລ້ອມ. ຍູ້ແຮງການໂຄສະນາ, ເຜີຍແຜ່, ສົ່ງເສີມການທ່ອງທ່ຽວ, ນຳນະຄອນ ນິງບີງ ກາຍເປັນນະຄອນທ່ອງທ່ຽວເທື່ອລະກ້າວ, ແຂວງ ນິງບີງ ແມ່ນໜຶ່ງໃນບັນດາສູນການທ່ອງທ່ຽວຈຸດສຸມແຫ່ງຊາດ”.