ທ່ານປະທານປະເທດເຈີນດ້າຍກວາງ ໄປອວຍພອນສຸຂະພາບທ່ານອະດີດເລຂາທິການໃຫຍ່ ໂດ້ເມື່ອຍ |
(vovworld)-ເນື່ອງໃນໂອກາດບຸນເຕັດປີລະກາ 2017 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 87 ປີ, ວັນທີ 1 ກຸມພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໄປອວຍພອນສຸຂະພາບທ່ານອະດີດເລຂາທິການໃຫຍ່ ໂດ້ເມື່ອຍ ຢູ່ເຮືອນສ່ວນຕົວຂອງເພິ່ນ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນຈະສືບທອດ ແລະເສີມຂະຫຍາຍມູນເຊື້ອສະຫງ່າລາສີຂອງພັກ, ຂອງຊາດ, ສາມັກຄີເປັນຈິດໜ່ຶງໃຈດຽວ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ເພື່ອປະຕິບັດບັນດາຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃນປີ 2017 ແລະ ຊຸມປີຕໍ່ໆໄປ.