ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Herminio Lopez Diaz ເອກອັກຄະລັດຖະທູດ ກູບາ
(vovworld) – ຕອນເຊົ້າວັນທີ 01/06 ທີ່ການຕ້ອນຮັບທ່ານ Herminio Lopez Diaz ເອກອັກຄະລັດຖະທູດ ກູບາ,ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ປະຊາຊົນ ກູບາ ຈະບັນລຸໄດ້ຜົນງານໃຫຍ່ຫລວງຫລາຍຢ່າງກ່ວາອີກໃນພາລະກິດກໍ່ສ້າງປະເທດ ກູບາ ສັງຄົມນິຍົມ, ເອກະລາດ, ເສລີພາບ, ວັດທະນາຖາວອນ ແລະ ພັດທະນາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ 2 ຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນດ້ານທິດສະດີ ແລະ ປ່ຽນໃໝ່ພຶດຕິກຳຕົວຈິງ, ເຊື່ອມໂຍງເຂົ້າກັບສາກົນເພື່ອຮັບໃຊ້ໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມຢູ່ແຕ່ລະປະເທດ, ສືບຕໍ່ນຳການພົວພັນແບບພິເສດ ຫວຽດນາມ - ກູບາ ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ ຄື ການນຳ ແລະ ປະຊາຊົນ 2 ປະເທດປາຖະໜາ.
ທີ່ການຕ້ອນຮັບທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມື ຫວຽດນາມ - ອີຢູ ໃນໄລຍະຜ່ານມາ ໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ອີຢູ, ກວດກາຄືນດ້ານນິຕິທຳຂອງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ສຳເລັດໂດຍໄວ ເພື່ອໃຫ້ 2 ຝ່າຍສາມາດລົງນາມ ແລະ ໃຫ້ສັດຕະຍາບັນສັນຍານີ້.
ສ່ວນທ່ານເອກອັກຄະລັດຖະທູດ Bruno Angelet ຢືນຢັນວ່າ: ອີຢູ ຮັບຮູ້ແຈ້ງຄວາມຂະຫຍັນຂັນເຄື່ອນ, ເປັນເຈົ້າການຂອງ ຫວຽດນາມ ໃນພາລະກິດພັດທະນາປະເທດຊາດ, ກໍ່ຄືແງ່ຫວັງພັດທະນາ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ອາຊຽນ. ຄະນະປະຕິບັດງານ ອີຢູ ປະຈຳ ຫວຽດນາມ ປາດຖະໜາຢາກມີການປະກອບສ່ວນຫລາຍກ່ວາອີກ ເພື່ອນຳການພົວພັນ ອີຢູ - ຫວຽດນາມ ນັບມີ້ນັບພັດທະນາ.