ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສິງກະໂປ,ເອກອັກຄະລັດຖະທູດອີຢິບປະຈຳຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 24 ມັງກອນ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດສິງກະໂປ ປະຈຳຫວຽດນາມ Catherine Wong, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຕັ້ງໜ້າຂອງສະຖານທູດສິງກະໂປ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສິງກະໂປ,ເອກອັກຄະລັດຖະທູດອີຢິບປະຈຳຫວຽດນາມ - ảnh 1(ທ່ານປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບ

ທ່ານນາງເອກອັກຄະລັດຖະທູດສິງກະໂປ ປະຈຳຫວຽດນາມ Catherine Wong)

ແລະ ກະໂຕທ່ານນາງເອກອັກຄະລັດຖະທູດເອງ ໄດ້ສວມບົດບາດເປັນຂົວເຊື່ອມຕໍ່ຢ່າງແທ້ຈິງ, ຊ່ວຍໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກ້າວເຂົ້າສູ່ລວງເລິກ, ແທດຈິງ. ທ່ານປະທານປະເທດເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງເປັນຜູ້ຕາງໜ້າສູງສຸດຂອງສິງກະໂປ ປະຈຳຫວຽດນາມ, ທ່ານນາງເອກອັກຄະລັດຖະທູດຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຢືນຢັນວ່າ ບັນດາອົງການຂອງຫວຽດນາມ ຈະຮ່ວມມືກັບທ່ານນາງເອກອັກຄະລັດຖະທູດຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຮ່ວມມື ຕາມທິດໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.

        ສ່ວນທ່ານນາງເອກອັກຄະລັດຖະທູດ Catherine Wong ສະແດງຄວາມປາດຖະໜາວ່າ, ປີນີ້ຈະສືບຕໍ່ໄດ້ຕ້ອນຮັບບັນດາການນຳຫວຽດນາມ ໄປຢ້ຽມຢາມສິງກະໂປ ແລະ ໃຫ້ຮູ້ວ່າ, ປີ 2018 ນີ້, 2 ປະເທດຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ບົນພື້ນຖານການພົວພັນຄູ່ຮ່ວມມື, ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ ແລະ ຂຶ້ນສູ່ລະດັບສູງໃໝ່.

        ແລະກໍ່ໃນຕອນເຊົ້າວັນທີ 24 ມັງກອນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອີຢິບ ປະຈຳຫວຽດນາມ Youssef Kamal Boutros Hana ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ. ຊົມເຊີຍທ່ານເອກອັກຄະລັດຖະທູດ Youssef Kamal Boutros Hana ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນເລື່ອງເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢິບ. ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາວ່າ ອີຢິບ ຈະຈັດຕັ້ງການເລືອກຕັ້ງປະທານາທິບໍດີໃນເວລາຈະມາເຖິງຢ່າງປະສົບຜົນສຳເລັດ.

        ສ່ວນທ່ານເອກອັກຄະລັດຖະທູດ Youssef Kamal Boutros Hana ເນັ້ນໜັກວ່າ: ຫວຽດນາມ ສວມບົດບາດສຳຄັນຍິ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະນັ້ນ ອີຢິບ ຖືເປັນສຳຄັນ, ປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ປີ 2018, ກະຊວງວັດທະນະທຳອີຢິບ ຄາດວ່າຈະຈັດການເຄື່ອນໄຫວດ້ານວັດທະນະທຳບາງຢ່າງຢູ່ຫວຽດນາມ ເພື່ອແນໃສ່ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ Youssef Kamal Boutros Hana ຢືນຢັນວ່າ, ອີຢິບ ປາດຖະໜາວ່າ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະໄປຢ້ຽມຢາມອີຢິບ ໂດຍໄວ, ກໍ່ຄືບັນດາການຢ້ຽມຢາມຂັ້ນກະຊວງ, ຂະແໜງການ ເພື່ອເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ