ປະທານປະເທດເຈີ່ນດ້າຍກວາງເປັນປະທານງານລ້ຽງຮ້ອງຮັບປະທານາທິບໍດີສ.ເກົາຫຼີ

(VOVWORLD) -ຕອນຄ່ຳວັນທີ 23 ມີນາ, ຢູ່ຫໍປະຊຸມສາກົນ - ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ເປັນປະທານຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ພັນລະຍາ.

ປະທານປະເທດເຈີ່ນດ້າຍກວາງເປັນປະທານງານລ້ຽງຮ້ອງຮັບປະທານາທິບໍດີສ.ເກົາຫຼີ - ảnh 1 ທ່ານປະທານປະເທດເຈີ່ນດ້າຍກວາງເປັນປະທານງານລ້ຽງຮ້ອງຮັບປະທານາທິບໍດີສ.ເກົາຫຼີ

(ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ລັດ ແລະ ປະຊາຊົນຫວຽດນາມ ປາດຖະໜາພ້ອມກັບລັດ ແລະ ປະຊາຊົນສ.ເກົາຫຼີ ມີການພົວພັນເລິກເຊິ່ງກວ່າ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພັດທະນາມຸ່ງໄປສູ່ໄລຍະໃໝ່ໃຫ້ເລິກເຊິ່ງກວ້າງຂວາງ, ບັນລຸປະສິດທິຜົນ ແລະ ໝັ້ນຄົງກວ່າ.

        ສ່ວນທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ເນັ້ນໜັກວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພວມພ້ອມກັນມຸ່ງໄປເຖິງອະນາຄົດອັນສົດໄສ ດ້ວຍບັນດາຜົນງານທີ່ໜ້າປະເອີບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ