ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແລະເຮັດວຽກຢູ່ ແຂວງກວາງຫງ້າຍ
ທ່ານປະທານປະເທດເຈືອງເຕິນຊາງ
(ພາບ: dantri.com.vn)
(vovworld)- ຕອນເຊົ້າວັນທີ 14/12, ທ່ານປະທານປະເທດເຈືອງເຕິນຊາງ ແລະ ຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ 2 ຄອບຄົວຢູ່ຕາແສງເຊີນຍາມ, ເມືອງເຊີນຮ່າ, ແຂວງກວາງຫງ້າຍ ຊື່ງແມ່ນ 2 ຄອບຄົວໃນຈຳນວນ 16 ຄອບຄົວມີເຮືອນຖືກພັງທະລົ່ມໃນຍາມນ້ຳຖ້ວມຫວ່າງແລ້ວນີ້. ທ່ານປະທານປະເທດເຈືອງເຕິນຊາງ ປາດຖະໜາວ່າ ປຊຊ ເຂດນ້ຳຖ້ວມຈະເສີມຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອຊື່ງກັນ ແລະ ກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊີວິດເປັນປົກກະຕິ ພ້ອມທັງໃສ່ໃຈວ່າ: ອຳນາດການປົກຄອງທ້ອງຖິ່ນຈົ່ງຕັ້ງໜ້າໜູນຊ່ວຍຄອບຄົວທີ່ປະສົບເຄາະຮ້າຍຈາກນ້ຳຖ້ວມຫຼາຍກ່ວາອີກ.
ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ໄປກວດກາກິດຈະກຳຊົນລະປະທານ-ໄຟຟ້ານ້ຳຕົກຢູ່ຕາແສງເຊີນບາວ ຊື່ງແມ່ນກິດຈະກຳທີ່ມີເງິນລົງທຶນກ່ວາ 1800 ຕື້ດົ່ງ ແລະ ສວມບົດບາດສຳຄັນ, ສະໜອງນ້ຳໃຫ້ແກ່ຊີວິດ ແລະ ການຜະລິດຂອງເຂດເສດຖະກິດຢຸງກວດ./.