ປະທານປະເທດເຈືອງ ເຕີນຊາງເຮັດວຽກ ຢູ່ດ່ານັງ
(ພາບ : VGP/Thế Phong)
(vovworld)- ໃນວັນທີ 2-3/7, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມດ້ວຍ ຄະນະປະຕິບັດງານສູງກາງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂັວນໃຫ້ແກ່ຊາວປະມົງດ່ານັງ ແລະ ໜ່ວຍກວດກາການປະມົງເລກທີ 3 ພ້ອມກັບບັນດາພະນັກງານ, ນັກຮົບກຳປັ່ນຕຳຫຼວດທະເລ 2012, 2015 ຫາກໍ່ກັບມາຈາກການປະຕິບັດກົດໝາຍບົນທະເລ.
ເມື່ອໄປຢ້ຽມຢາມ ແລະ ໂອ້ລົມກັບເຈົ້າຂອງກຳປັ່ນຫາປາ 25 ຄົນຫາກໍ່ກັບມາຈາກການໄປຫາປາຢູ່ເຂດທະເລຮ່ວາງຊາ, ທ່ານປະທານປະເທດເຈືອງເຕີນຊາງ ຍ້ອງຍໍຊົມເຊີຍນ້ຳໃຈຕັດສິນໃຈຕິດພັນກັບທະເລ, ເຂດຫາປາທີ່ມີມາແຕ່ດົນນານຂອງຊາວປະມົງ. ນີ້ແມ່ນປັດໄຈຕົ້ນຕໍ່ທີ່ປະກອບສ່ວນປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດ.
ໃນໂອກາດນີ້, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ໄປລະດົມກຳລັງໃຈເຈົ້າຂອງກຳປັ່ນຫາປາ ĐNa 90152 ຊື່ງແມ່ນກຳປັ່ນຖືກກຳປັ່ນຂອງຈີນ ຕຳຈົ່ມໃຕ້ນ້ຳເມື່ອວັນທີ 26/5 ຜ່ານມາ.
ໃນການໂອ້ລົມກັບກຳລັງກວດກາການປະມົງເຂດ 2, ທ່ານປະທານປະເທດເຈືອງເຕີນຊາງ ສະເໜີໃຫ້ກຳລັງກວດກາການປະມົງຈົ່ງສືບຕໍ່ຮຽງບ່າຮຽງໄລ່ກັບຕຳຫຼວດທະເລ, ຕໍ່ສູ້ຍາດເອົາໄຊຊະນະໃນການປົກປັກຮັກສາອະທິປະໄຕ, ຊ່ວຍຊາວປະມົງຕິດພັນກັບທະເລ, ພັດທະນາເສດຖະກິດ, ສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ. ທ່ານຢືນຢັນວ່າ, ພັກ, ລັດຍາມໃດກໍ່ເຊື່ອໝັ້ນວ່າ, ບັນດາກຳລັງປະຕິບັດກົດໝາຍບົນທະເລຈະສືບຕໍ່ປະຕິບັດໜ້າທີ່ໄດ້ຮັບການມອບໝາຍເປັນຢ່າງດີທີ່ສຸດ./.