ປະທານປະເທດເຈືອງ ເຕິນຊາງໃຫ້ການຕ້ອນຮັບ ຄະນະກຳມະການ ເສດຖະກິດຍີ່ປຸນ ຫວຽດນາມ Keindaren


ປະທານປະເທດເຈືອງ ເຕິນຊາງໃຫ້ການຕ້ອນຮັບ ຄະນະກຳມະການ ເສດຖະກິດຍີ່ປຸນ ຫວຽດນາມ Keindaren - ảnh 1

 (ພາບ: vov.vn)

(vovworld)– ​ ​ ຕອນ​ບາຍວັນ​ທີ 9/12, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ ປະທານ​ປະ​ເທດ​​ເຈືອງ​ເຕິ​ນຊາງ ​ໃຫ້ການ​ຕ້ອນຮັບ​ຄະນະ​ກຳມະການ​ເສດຖະກິດ​ ​ຍີ່ປຸນຫວຽດນາມ ຂຶ້ນ​ກັບ​ສະຫະພັນ​ເສດຖະກິດ Keindaren ຍີ່ປຸ່ນ ​ໂດຍປະທານ​ຮ່ວມ​​ Kyohei Takashi ​Hashi ​ແລະ Kuniharu Nakamura ​ ເປັນ​ຫົວໜ້າ​ຄະນະ ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ ​ເພື່ອ​ຕີ​ລາຄາ​ໄລຍະ​ທີ 5 ຂອງ​ຂໍ້​ລິ​ເລີ່​ມຍີ່ປຸ່ນ​-ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ​ໄດ້​ສ້າງ​ຂຶ້ນ​ນັບ​ແຕ່​ປີ 2003. ທີ່​ການ​ຕ້ອນຮັບ, ຫົວໜ້າ​ຄະນະ Kyohei Takashi ​Hashi ​ແລະ Kuniharu Nakamura ​ໄດ້​ຢືນຢັນ​ວ່າ​: ຫວຽ​ດນາມ ​ກາຍ​ເປັນ​ຈຸດ​ນັດ​ພົບ​ແຫ່ງ​ການ​ລົງທຶນ​ທີ່​ດຶງ​ດູດ​ໃຈ​ນັກ​ທຸລະ​ກິດ​ຍິ່ປຸ່ນ ​ແລະ ປາດ​ຖະໜາ​ວ່າ​ຫວຽດນາມ ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ອຳນວຍ​ຄວາມ​ສະດວກ ມີ​ປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ຍິ່ປຸ່ນ. ສ່ວນທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ຖື​ວ່າ ຫວຽດນາມ​ ໄດ້​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ເປັນສົມ​ບູນ​ແບບ ​ຊື່​ງ​ເປັນ​ກອບ​ກົດໝາຍ​ສຳຄັນດຶງ​ດູດ​ການ​ລົງທຶນ​ຂອງວິ​ສາ​ຫະກິດ​ຕ່າງໆ, ​ໃນ​ນັ້ນມີ​ບັນດາ​ວິສາ​ຫະກິດ​ຍີ່ປຸ່ນ ​ເຂົ້າຫວຽດນາມ./.

ຂ່າວ/ບົດ​ອື່ນ