ປະທານປະເທດເຈືອງເຕີ້ນຊາງຕ້ອນຮັບ ບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

     ປະທານປະເທດເຈືອງເຕີ້ນຊາງຕ້ອນຮັບ ບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ເມື່ອ​ເດືອນ 8 ແລ້ວນີ້


(vovworld)- ຕອນ​ເຊົ້າ​ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ​ເຊັ່ນ: ແບນ​ຊິກ, ແຟງ​ລັງ, ສະ​ວິດ, ອຽກ​ລັງ, ອີ​ຣາ​ນ, ສະ​ຫະ​ພາບ​ເອີ​ລົບ ແລະ ບັນ​ດາອົງ​ການ​ຈັດ​ຕັ້ງ​ສາ​ກົນ ທີ່​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຮັບ​ໜ້າ​ທີ່​ໃໝ່​ຢູ່​ຫວຽດ​ນາມ. ໃນ​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຢືນ​ຢັນວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ກັບລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຖື​ວ່າ ແບນ​ຊິກ​ແມ່ນ​ສະ​ມາ​ຊິກ EU , ດັ່ງ​ນັ້ນ​ພາຍຫຼັງ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ​່າງ ຫວຽດ​ນາມ - EU ມີ​ຜົນ​ບັງ​ຄັບ​ໃຊ້, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຈະ​ລື່ນ​ກາຍ​ລະ​ດັບ 2 ຕື້ USD ຄື​ໃນ​ປະ​ຈຸ​ບັນ.

 %3
ຂ່າວ/ບົດ​ອື່ນ