ປະທານປະເທດເຈືອງເຕິນຊາງຕ້ອນຮັບທ່ານຮອງຫົວໜ້າຫ້ອງວ່າການ ລັດຖະບານຍີ່ປຸ່ນHiroshige Seko

ປະທານປະເທດເຈືອງເຕິນຊາງຕ້ອນຮັບທ່ານຮອງຫົວໜ້າຫ້ອງວ່າການ ລັດຖະບານຍີ່ປຸ່ນHiroshige Seko - ảnh 1
(ທ່ານ ປະທານ​ປະເທດ ​ເຈືອງ​ເຕິ​ນຊາງ ຕ້ອນຮັບ​
ທ່ານ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ )


 (vovworld) - ຕອນ​ບ່າຍວັນ​ທີ 12/4, ​ໃນ​ການ​ຕ້ອນຮັບ​ທ່ານ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ Hiroshige Seko ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່ ຫວຽດນາມ ກ່ຽວ​ກັບ​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ​-ຍີ່ປຸ່ນ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​​ແຫ່ງ​ຊາດ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໃຫ້​ຮູ້​ວ່າ: ມະຫາວິທະຍາ​ໄລ ຫວຽດນາມ-​ຍີ່ປຸ່ນ ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ພິ​ເສດ​ຈາກ​ທ່ານ​ປະທານ​ປະ​ເທດ ຫວຽດນາມ, ນາຍົກລັດຖະມົນຕີ ຍີ່ປຸ່ນ ​ແລະ ພັນທະ​ມິດສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-​ຍີ່ປຸ່ນ. ​ໂຄງການ​ດັ່ງກ່າວ​ມີ​ໄລຍະ​ເວລາ​​ເຮັດ​ລະບຽບ​ການ​​ໄວ​ທີ່​ສຸດ ​ແລະ ຫວັງ​ວ່າ​ເມື​່ອກໍ່ສ້າງສຳ​ເລັດ​ແລ້ວ, ມະຫາວິທະຍາ​ໄລ ຫວຽດນາມ-​ຍີ່ປຸ່ນ ຈະ​ກາຍ​ເປັນ​ບ່ອນ​ບຳລຸງ​ສ້າງ​ລະດັບ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ: ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ມີ​​​ແຜນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຕໍ່ໜ້າຫວັງ​ວ່າຝ່າຍ ຍີ່ປຸ່ນ ​ຈະແກ້​ໄຂລະບຽບ​ການ​ໃຫ້​ຝ່າຍ ຫວຽດນາມ ກູ້​ຢືມ​ເງິນ 200 ລ້ານ USD ຈາກ​ແຫຼ່ງທຶນ ODA ​ໂດຍ​ໄວ, ​ເພື່ອ​ໂຄງການ​ຮັບປະ​ກັນ​ຄວາມ​ຄືບ​ໜ້າ​ແມ່ນ​ເປີດ 6 ລາຍການ​ບຳລຸງ​ສ້າງປະ​ລິນຍາ​ໂທໃນ​ປີ 2016. ທ່ານຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ Hiroshige Seko ​ໃຫ້​ຮູ້​ວ່າ: ລັດຖະບານ​ ຍີ່ປຸ່ນ​ ຈະ​ພະຍາຍາມ ​ເພື່ອ​ໃຫ້​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ-​ຍີ່ປຸ່ນ ​ທຳ​ການ​ເຄື່ອນ​ໄຫວ​ຖືກ​ກຳນົດ​ເວລາ. ​ໃນຕໍ່ໜ້າ, ​ນັບແຕ່​ເດືອ​ນ 6/2015, ຍີ່ປຸ່ນ ຈະ​ຈັດ​ສົ່ງ​ ສາດສະດາຈານ,​ ນັກ​ຊ່ຽວຊານຈຳນວນ​ໜຶ່ງ​ມາ​ ຫວຽດນາມ ​ແລະ ​ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ ຮ່າ​ໂນ້ຍ ​ເພື່ອ​ແລກປ່ຽນ​ຢ່າງ​ແໜ້ນ​ແຟ້ນກ່ວາ.

        ​ແລະ​ກໍ່​ໃນ​ຕອນບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ກໍ່​ໃຫ້ການ​ຕ້ອນຮັບ​ທ່ານຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ ຍີ່ປຸ່ນ Hiroshige Seko.

ຂ່າວ/ບົດ​ອື່ນ