(vovworld) - ຕອນບ່່າຍວັນທີ 08/12, ທີ່ການຕ້ອນຮັບທ່ານປະທານສະພາສູງຍີ່ປຸ່ນ Yamazaki Massaki ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, 2 ປະເທດ ໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນທຸກຂົງເຂດຢ່າງມີປະສິດທິຜົນ, ໃນນັ້ນມີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ, 2 ຝ່າຍໄດ້ຮ່ວມມືກັນບົນເວທີປາໄສພາກພື້ນ ແລະ ສາກົນຢ່າງແໜ້ນແຟ້ນ. ທ່ານປະທານປະເທດ ເຈືອງເຕີນຊາງ ຂອບໃຈສະພາແຫ່ງຊາດຍີ່ປຸ່ນ ທີ່ໄດ້ອອກສຽງຄັດຄ້ານບັນດາການກະທຳລະເມີດກົດໝາຍ ເຮັດໃຫ້ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ; ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ບັນດາປະເທດອາຊຽນ ໃນການແກ້ໄຂ ການຂັດແຍ້ງກັນຢູ່ທະເລຕາເວັນອອກ.
ຕີລາຄາສູງເລື່ອງຍີ່ປຸ່ນ ສະຫງວຽນ ODA ໃຫ້ແກ່ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາວ່າ, ຍີ່ປຸ່ນ ຈະສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ພ້ອມທັງຍູ້ແຮງການແລກປ່ຽນການຄ້າ, ໜູນຊ່ວຍການຖ່າຍທອດເຕັກໂນໂລຊີໃຫ້ຫວຽດນາມ ໃນການຜະລິດກິສິກຳ, ການປະມົງທີ່ມີຄຸນນະພາບສູງ…
ສ່ວນທ່ານປະທານສະພາສູງຍີ່ປຸ່ນ Yamazaki ຢືນຢັນວ່າ, ສະພາແຫ່ງຊາດ ແລະ ບັນດາສະມາຊິກລັດຖະສະພາຍີ່ປຸ່ນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານສະພາສູງຍີ່ປຸ່ນ Yamazaki ໄດ້ສະແດງໃຫ້ເຫັນທັດສະນະບໍ່ຮັບຮູ້ການປ່ຽນແປງສະພາບເດີມ ແລະ ການນາບຂູ່ນຳໃຊ້ກຳລັງອາວຸດ. ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ປະເທດຕ່າງໆໃນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເຈົ້າລົບກົດໝາຍສາກົນ.